ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ(ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ(ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​​ເຮັດ​ວຽກຂອງ​ກອງ​ປະຊຸມຄັ້ງ​ທີ 31, ຕອນ​ເຊົ້າ​ວັນ​ທີ 30/09, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປ​ຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ (ສະບັບ​ປັບປຸງ). ຜ່ານ​ການ​ປຶກສາ​ຫາລື, ມີ​ບາງ​ຄຳ​ເຫັນ​ໄດ້​ເຫັນ​ດີ​ກັບ​ຂໍ້​ກຳນົດ​ໃນ​ມາດ​ຕາທີ 1 ຂອງ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ພາລະ​ບົດບາດ​ຂອງ​ລັດຖະບານ​​ໃຫ້​ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013. ​ແຕ່​ວ່າ, ຍັງ​ມີຫຼາຍ​ຄຳ​ເຫັນສະ​ເໜີ ຕ້ອງ​ຫັນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເປັນ​ລະອຽດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂໍ້​ກຳນົດ​ໃນ​ຮ່າງ​ກົດໝາຍ​ໃໝ່ ກ່ຽວ​ກັບ​ບໍ​ລິ​ຫານຂອງ​ລັດຖະບານ ​​ເພື່ອ​ປັບປຸງ, ​ເພີ່ມ​​ເຕີ່ມ​ບັນດາ​ຂໍ້​ກຳນົດ​ໃນ​ຮ່າງ​ກົດໝາຍ ​ແນ​ໃສ່​ຍົກ​ສູງ​ປະສິດທິ​ພາບ, ປະສິດທິ​ຜົນ​ໃນ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ຍິ່ງ​ກວ່າ​ອີກ. ຜູ້ຕ່າງໜ້າ, ອົງການ​ກວດ​ກາ, ຄະນະ​ກຳມະການ​ກົດໝາຍ ຖື​ວ່າ: ຮ່າງ​ກົດໝາຍ​ຕ້ອງ​ກຳນົດ​​ຖາ​ນະ​ນິ​ຕິ​ກຳຂອງ​ນາຍົກລັດຖະມົນຕີ, ກົນ​ໄກ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີ, ສິດ​ຂອງ​ນາຍົກລັດຖະມົນຕີກໍ່​ຄື ການ​ພົວພັນ​ກັບ​ລັດຖະບານ ​ແລະ ບັນດາ​ສະມາຊິກ​ລັດຖະບານ. ພ້ອມ​​ກັນ​ນັ້ນ, ບັນດາ​ຂໍ້​ກຳນົດ​ໃນ​ຮ່າງ​ກົດໝາຍ ຕ້ອງ​ແກ້​ໄຂ​ສະພາບ​ການ​ສຸມ​ຄວາມ​ຮັບຜິດຊອບ​ໃຫ້​ນາຍົກລັດຖະມົນຕີ.

ຂ່າວ/ບົດ​ອື່ນ