ຄະນະປະຈຳສະພາແຫ່ງຊາດເຫັນດີເພີ່ມເຕີມ 460 ຕື້ດົ່ງເພື່ອຊື້ເຂົ້າສານໜູນຊ່ວຍ

(VOVWORLD) - ທ່ານເລຂາທິການຂອງສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ: ຄາດວ່າ, ໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນຄັັ້ງທີ 7, ສະພາແຫ່ງຊາດຊຸດທີ 14 ຈະຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ມະຕິ 1 ສະບັບ.

ໂດຍສືບຕໍ່ໂຄງການຂອງກອງປະຊຸມຄັ້ງທີ 29, ຕອນເຊົ້າວັນທີ 11 ທັນວາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ. ທ່ານເລຂາທິການຂອງສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ: ຄາດວ່າ, ໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນຄັັ້ງທີ 7, ສະພາແຫ່ງຊາດຊຸດທີ 14 ຈະຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ມະຕິ 1 ສະບັບ. ປະກອບຄຳເຫັນໃສ່ກົດໝາຍ 9 ສະບັບ. ຕາມແຜນການແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຈະເຮັດວຽກເປັນເວລາ 20 ວັນ, ໄຂຂຶ້ນໃນວັນທີ 20 ພຶດສະພາ 2019 ແລະ ອັດລົງໃນວັນທີ 17 ມິຖຸນາ 2019. ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະພາບເພີ່ມເຕີມຈຳນວນເງິນ 460 ຕື້ດົ່ງຈາກແຫຼ່ງງົບປະມານສຳຮອງສູນກາງປີ 2018 ເພື່ອຊື້ເຂົ້າສານກ່ວາ 43.000 ໂຕນ ທີ່ໄດ້ໜູນຊ່ວຍ, ອຸປະຖຳໃນລະຫວ່າງວັນທີ 1 ກໍລະກົດ 2017 ຮອດວັນທີ 31 ພຶດສະພາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ