ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການດັດປັບແຜນທຶນງົບປະມານສູນກາງ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກທີ່ວາລະປະຊຸມເທື່ອທີ 13, ຕອນເຊົ້າວັນທີ 17 ສິງຫາ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບເລື່ອງດັດປັບແຜນທຶນງົບປະມານສູນກາງຂອງລັດຖະບານປີ 2017.
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການດັດປັບແຜນທຶນງົບປະມານສູນກາງ - ảnh 1 ຄະນະປະຈຳສະພາແຫ່ງຊາດ (ພາບ: ອິນເຕີແນັດ)

ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະ ບານ ເມື່ອຕັດສິນເກັບຄືນເຂົ້າງົບປະມານສູນກາງ 860 ຕື້ດົ່ງຈາກບາງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ທີ່ບໍ່ມີຄວາມຕ້ອງການນຳໃຊ້ ເພື່ອຫັນປ່ຽນໃຫ້ບັນດາໂຄງການທີ່ນອນໃນແຜນການໄລຍະກາງ ຫຼື ບັນດາໂຄງການຮີບດ່ວນກ່ຽວກັບດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຊີ້ແຈ້ງວ່າ: ດ້ວຍຈຳນວນທຶນເກັບຄືນນັ້ນ, ເລື່ອງດັດປັບແຜນທຶນງົບປະມານສູນກາງ ຄວນກຳນົດມາດຖານໃຫ້ລະອຽດ. ທ່ານນາງ ຫງວຽນທິກີມເງິນ ກ່າວວ່າ:

        “ເລື່ອງດັດປັບແຜນການ 2017 ຕ້ອງກຳນົດໃຫ້ຖືກຕ້ອງ, ດັດປັບໃຫ້ບັນດາກິດຈະກຳ, ໂຄງການທີ່ນອນໃນແຜນການລົງທຶນພາກລັດໄລຍະກາງ. ບັນດາໂຄງການທີ່ມີຄວາມຮີບດ່ວນ, ຈຳເປັນ ພວກເຮົາກໍ່ສະເໜີດັດປັບ.

ຕອບກັບ

ຂ່າວ/ບົດ​ອື່ນ