ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ6

ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ6 - ảnh 1
ທ່ານ ຫງວຽນ​ແຫ້ງ​ຟຸກ, ເລ​ຂາ​​​ທິ​ການໃຫຍ່, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ
(ພາບປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 6. ວາ​ລະ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເປັນ​ເວ​ລາ 3 ວັນ (ແຕ່ 9- 11/1). ກ່​າວ​ຄຳ​ເຫັນ​ໄຂ​ກອງ​ປ​ະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເນັ້​ນ​ໜັກ​ວ່າ ວາ​ລະ​ປະ​ຊຸມ​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກາດ​ໃຊ້​ກົດ​ລະ​ບຽບກຳ​ນົດ​ກ່ຽວ​ກັບ​ອັນ​ດັບ, ລະ​ບຽບ​ການ​ດຳ​ເນີນ​ບາງ​ເນື້​ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ມະ​ຕິ​ປະ​ກາດ​ໃຊ້​ກົດ​ລະ​ບຽບ​ການ​ສົມ​ທົບ​ລະ​ຫວ່າງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ໃນ​ການ​ຄຸ້ມ​ຄອງ ສານ​ການ​ທະ​ຫານ​ກ່ຽວ​ກັບ​ການ​​ຈັດ​ຕັ້ງ. ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​​ບັນ​ດາບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ 8 ສະ​ບັບ, ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄ​ອງ​ການ​ຄ້າ​ຕ່າງ​ປະ​ເທດ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້​ອຍ ແລະ ກາງ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ. ທ່ານ ຫງວຽນ​ແຫ້ງ​ຟຸກ, ເລ​ຂາ​​​ທິ​ການໃຫຍ່, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:

        “ຮ່າງ​ມະ​ຕິ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕັດ​ສິນ​ລົງ​ໂທດ​ສຳ​ລັບ​ບັນ​ດາ​ພະ​ນັກ​ງານ, ລັດ​ຖະ​ກອນ​ທີ່​ໄດ້​ຜັກ​ກິນ​ເບ​້ຍ​ບຳ​ນານ​ແລ້ວ, ລັດ​ຖະ​ບານ​ ບໍ່​ທັນ​​ຍື່ນສະ​ເໜີ​​ດັ່ງ​ນັ້ນ​ອົງ​ການກວດ​ກາ ກໍ່​ບໍ່​ທັນ​ກວດ​ກາ​ໄດ້​ເທື່ອ. ດັ່ງ​ນັ້ນ, ສິ່ງ​ທີ່ພວກ​ຂ້າ​ພ​ະ​ເຈົ້າ​ເປັ​ນ​ຫ່ວງນັ້ນ​ແມ່ນຍາກ​ທີ່​​ຈະຮັບ​ປະ​ກັບ​ຄວາມ​ຄືບ​ໜ້າ​ໄດ້.”


ຂ່າວ/ບົດ​ອື່ນ