ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງຢ້ຽມຢາມທະຫານ,ປະຊາຊົນໃນເກາະຊິງໂຕນ

ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງຢ້ຽມຢາມທະຫານ,ປະຊາຊົນໃນເກາະຊິງໂຕນ - ảnh 1
ເກາະ ຊິງ​ໂຕນ (ພາບ​ປະ​ກອບ)

(vovworld) –  ​ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ແລະ ລະ​ດົມ​ໃຈພະ​ນັກ​ງານ, ທະ​ຫານ, ປະ​ຊາ​ຊົນ​ໃນ​ເມືອງ​ເກາະ ເຈື່ອງ​ຊາ, ຕອນ​ເຊົ້າ​ວັນ​ທີ 24/5, ຄະ​ນະ​ປ​ະ​ຕິ​ບັດ​ງານ ໂດຍ​ທ່ານ ມາຍ​ວັນ​ນີງ, ຮອ​ງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶ​ກ​ສາ​​ຂັ້ນສູນ​ກາງ ນຳ​ໜ້າ​ພ​້ອມ​ກັບ​ຜູ້​ຕາງ​ໜ້າ​ບາງ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ ໄດ້​ລົງ​ຢ້ຽມ​ຢາມ​ທະ​ຫານ, ປະ​ຊາ​ຊົນ ​ໃນ​ເກາະ ຊິງ​ໂຕນ ແລະ ເປີດ​ສະຫຼອງ​ສຳ​ນັກ​ງານ​ເຮັດ​ວຽກ​​ແຫ່ງ​ໃໝ່ໃນ​ເກາະ.

        ກິດ​ຈະ​ກຳ​ສຳ​ນັກ​ງານ​ເຮັດ​ວຽກ​ໃຫ້​ແກ່​ພະ​ນັກ​ງານ, ທະ​ຫານ, ປະ​ຊາ​ຊົນ​ເກາະ ຊິງ​ໂຕນ ໄດ້​ຮັບ​ການກໍ່​ສ​້າງ​ດ້ວຍ​ແຫຼ່ງ​ທຶນ 15 ຕື້​ດົ່ງ​ໂດຍ​ພະ​ນັກ​ງານ, ລັດ​ຖະ​ກອນ​ຂະ​ແໜງກໍ່​ສ້າງ​ອຸ​ປະ​ຖ​ຳ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະຫຼອງ, ການ​ນຳ​ທະ​ຫານ​ເຮືອເຂດ 4 ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ​ຂະ​ແໜງກໍ່​ສ້າງ​ເວົ້​າ​ສະ​ເພາະ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ເວົ້າ​​ລວມ​ສະ​ຫງວນ​ໃຫ້​ແກ່​ທະ​ຫານ, ປະ​ຊາ​ຊົນ​ເມືອງ​ເກາະ ເຈື່ອງ​ຊາ. ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ສະ​ຫງວນ​ໃຫ້​ແກ່ ເຈື່ອງ​ຊາ ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ​ເພື່ອ​ໃຫ້​ພະ​ນັ​ກ​ງານ, ນັກ​ຮົບ, ປະ​ຊາ​ຊົນ​ໃນ​ເມືອງ​ເກາະ ເຈືອງ​ຊາ ມີ​ພະ​ລັງ​ຊີ​ວິດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ອຸ່ນ​ອ່ຽນ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ຕິດ​ພັນ​ກັບ​ເກາະ​ເພື່ອປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ