ຄະນະປະຕິບັດງານລັດຖະບານ ຊີຣີ ກັບຄືນສູ່ການເຈລະຈາສັນຕິພາບ ເຊີແນວ, ສະວິດ

(VOVWORLD) - ວັນທີ 10 ທັນວາ, ຄະນະປະຕິບັດງານລັດຖະບານ ຊີຣີ ໄດ້ກັບຄືນ ເຊີແນວ, ປະເທດສະວິດ
ຄະນະປະຕິບັດງານລັດຖະບານ ຊີຣີ ກັບຄືນສູ່ການເຈລະຈາສັນຕິພາບ ເຊີແນວ, ສະວິດ - ảnh 1ຄະນະປະຕິບັດງານລັດຖະບານ ຊີຣີ (ພາບ THX/TTXVN)

ເພື່ອເຂົ້າຮ່ວມວິວັດທະນາການເຈລະຈາສັນຕິພາບກ່ຽວກັບ ຊີຣີ ໂດຍສະຫະປະຊາຊາດອຸປະຖຳ. ທ່ານ Bashar Al Jaafari ເອກອັກຄະລັດຖະທູດ ຊີຣີ ປະຈຳ ສະຫະປະຊາຊາດ ທັງແມ່ນຫົວໜ້າຄະນະເຈລະຈາລັດຖະບານ ຊີຣີ ໄດ້ມາຮອດ ເຊີແນວ. ເຖິງຢ່າງໃດກໍ່ຕາມ, ທ່ານ Bashar Al Jaafari ໄດ້ປະຕິເສດການຕອບສຳພາດຕໍ່ນັກຂ່າວ.

        ກ່ອນໜ້ານັ້ນ, ພາຍຫລັງຖືກຢຸດສະງັກເປັນເວລາ 3 ວັນ, ຮອບເຈລະຈາທີ 8 ກ່ຽວກັບ ຊີຣີ ພາຍໃຕ້ການອຸປະຖຳຂອງສະຫະປະຊາຊາດ ໄດ້ເຊື່ອມຕໍ່ຄືນໃນວັນທີ 05 ທັນວາ ຢູ່ນະຄອນ ເຊີແນວ ຊຶ່ງບໍ່ມີການເຂົ້າຮ່ວມຂອງຄະນະປະຕິບັດງານລັດຖະບານ ຊີຣີ ດ້ວຍເຫດຜົນທີ່ວ່າ ຝ່າຍຄ້ານບໍ່ເຫັນດີໃຫ້ທ່ານປະທານາທິບໍດີ Bashar Al Assad ໄດ້ຮັກສາບໍ່ວ່າບົດບາດໃດໆ ໃນລັດຖະບານຂ້າມຜ່ານ. ຮອບເຈລະຈາທີ 8 ນີ້ ໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ ສະຫະປະຊາຊາດຟື້ນຟູບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາເກືອບ 7 ປີຜ່ານມາ ແລະ ເຮັດໃຫ້ 340.000 ຄົນເສຍຊີວິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ