ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ບໍ່ເປັນທາງການ

(VOVWORLD) - ຕອນຄ່ຳວັນທີ 28 ກັນຍາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມບໍ່ເປັນທາງການຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73. 
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ບໍ່ເປັນທາງການ - ảnh 1  ທ່ານເອກອັກຄະລັດຖະທູດ ດັ້ງດີງກີວ ຮອງລັດຖະມົນຕີ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ (ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ນອກບັນດາກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ແນໃສ່ສົມທົບຫຼັກໝັ້ນ, ອັບເດັດກ່ຽວກັບສະພາບການ ແລະ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເອກອັກຄະລັດຖະທູດ ດັ້ງດີງກີວ ຮອງລັດຖະມົນຕີ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ມີບົດກ່າວຄຳເຫັນທີ່ກອງປະຊຸມ. ທ່ານເອກອັກຄະລັດຖະທູດ ດັ້ງດີງກີວ ໄດ້ຢືນຢັນເຖິງບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ແລະ ໄດ້ເນັ້ນໜັກເຖິງຄວາມສາມັກຄີ ແລະ ຄວາມເຫັນດີເປັນເອກະພາບຂອງ ອາຊຽນ ແມ່ນປັດໄຈໄລກອນ ຊ່ວຍຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

       ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງດີງກີວ ໄດ້ຢືນຢັນຄືນໃໝ່ທັດສະນະລວມຂອງ ອາຊຽນ, ສະເໜີບັນດາຝ່າຍມານະພະຍາຍາມປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ຍູ້ແຮງການປຶກສາຫາລືເພື່ອມຸ່ງໄປເຖິງການຮັບຮອງເອົາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.

       ແລະກໍ່ໃນວັນດຽວກັນ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກໍ່ໄດ້ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ