ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ 136

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ 136 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) – ​​ຕອນ​ຄ່ຳ​ວັນ​ທີ 1/4, ກອງ​ປ​ະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສ​ະ​ຫະ​ພັ​ນ​ລັດ​ຖ​ະ​ສ​ະ​ພາ​ສາ​ກົນ (IPU) ຄັ້ງ​ທີ 136 ໄດ້​ໄຂ​ຂຶ້ນ​ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ບັງ​ກ​ລາ​ເທດ, ຢູ່​ໃຈ​ກາງ​ນະ​ຄອນຫຼວງ Dhaka ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 670 ທ່ານ ແລະ 164 ຄະ​ນະ​ທີ່​ມາ​ຈາກ 132 ປະ​ເທດເຊິ່ງ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 1 -5/4. ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໂດຍ​ທ່ານນາງ ຕ່ອງ​ທິ​ຟ໋ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ.

       ກ່ອນ​ໜ້ານັ້ນ, ຢູ່ຫໍກອງ​ປະ​ຊຸມ​ສາ​ກົນ Bangabandhu, ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ. ທີ່​ເວ​ທີ​ປາ​ໄສ​ຄັ້ງ​ນີ້, ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ໄດ້​ມີ​ບັນ​ດາ​ຂໍ​້​ສະ​ເໜີ​ແນະ​ກໍ່​ສ້າງ​ຮູບ​ການ​ຮ່ວມ​ມື 3 ຝ່າຍ​ລະ​ຫວ່າງ IPU, ບັນ​ດາ​ສະ​ພາ​ແຫ່ງ​ຊາດ​ສະ​ມາ​ຊິ​ກ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແມ່​ຍິງ ໄດ້​ສຳ​ພັດ​ກັບ​ບັນ​ດາ​ການ​ບໍ​ລິ​ການ​ການ​ເງິນ​ໃຫ້​ດີ​ກ່​ວາ. ​ພ້ອມ​ກັບເວ​ທີ​ປາ​ໄສ​ນີ້, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຍັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ ອາຊຽນ +3 ແລະ ກ​ຸ່ມ ອາ​ຊີ - ປາ​ຊີ​ຟິກ. 


ຂ່າວ/ບົດ​ອື່ນ