ຄະນະຜູ້ແທນກົມບຸກຄະລາກອນກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍ ມາຢ້ຽມຢາມຫວຽດນາມ

ຄະນະຜູ້ແທນກົມບຸກຄະລາກອນກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍ ມາຢ້ຽມຢາມຫວຽດນາມ - ảnh 1
ພົນ​ຕີ ມາຍ​ກວາງ​ເຟືນ ຕ້ອນຮັບ​ພົນ​ຕີ Khieu Sa Phat
(ພາບ: TTXVN)


(vovworld) –  ຕອນ​ບ່າຍ​ວັນ​ທີ 24/06, ຢູ່​ຮ່າ​ໂນ​້ຍ, ພົນ​ຕີ ມາຍ​ກວາງ​ເຟືນ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງຫົວໜ້າ​ກົມ​​ໃຫຍ່ການ​ເມືອງ​ກອງທັບ​ປະຊາຊົນຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ພົນ​ຕີ Khieu Sa Phat, ຮອງ​ຫົວໜ້າ​ກົມ​ໃຫຍ່ບຸກຄະລາ​ກອນກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ຕີ ມາຍ​ກວາງ​ເຟືນ ​ເນັ້ນ​ໜັກ​ວ່າ: ດ້ວຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາມ​ໃດກອງ​ທັບ​ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ປາດ​ຖະໜາວ່າ ​ກອງ​ທັບ ​ແລະ ປະຊາຊົນ 3 ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ ສືບ​ຕໍ່​ສະ​ແດງ​ໃຫ້​​ເຫັນ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ​ຕໍ່ສູ້​ຕ້ານ​ກົນອຸບາຍ​ແບ່ງ​ແຍກ​ຄວາມ​ສາມັກຄີ​ຂອງ​ບັນດາວຸດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ພ້ອມ​ກັນ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ. ພົນ​ຕີ ມາຍ​ກວາງ​ເຟືນ ​ໄດ້​ຂອບ​ໃຈ​ກຳປູ​ເຈຍ ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ອອກສຽງຄັດຄ້ານ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ພ້ອມ​ທັງ​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ກຳປູ​ເຈຍ ຈະ​ສືບ​ຕໍ່​ມີ​ສຽງ​ເວົ້າ​ພ້ອມ​ກັບ​ປະຊາຊົນ​ຫວຽດນາມ ​ແລະ ປະຊາ​ຄົມ​ສາກົນ ຕໍ່ສູ້​ກັບ​ການ​ກະທຳ​ທີ່ຜິດ​ພາດຂອງ​ຈີນ.

ຂ່າວ/ບົດ​ອື່ນ