ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມຢ້ຽມຢາມລາວຢ່າງເປັນທາງການ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມຢ້ຽມຢາມລາວຢ່າງເປັນທາງການ - ảnh 1
ທ່ານ​ພົນ​ໂທ ​ໂດ​ບ໋າ​ຕີ້ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ
(ພາບ: PhuongHoa/TTXVN)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ພົນ​ຕີ ສຸວອນ ເລືອງບຸນມີ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາ​ຊົນປະຕິວັດ ລາວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ລາວ. ຄະນະ​ຜູ້​ແທນ​ການທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ​ໂດ​ບ໋າ​ຕີ້, ກຳມະການ​ສູນ​ກາງ​ພັກ, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽ​ດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ ​ໄປຢ້ຽ​ມຢາມສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 26 – 27/8/2015. ການ​ຢ້ຽ​ມຢາ​ມຂອງ​ຄະນະ​ແມ່ນ​ແນ​ໃສ່​ຈຸດໝາຍ ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ປີ 2014 ​ແລະ 6 ​ເດືອນ​ຕົ້ນ​ປີ 2015 ລະຫວ່າງ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ກອງທັບ​ປະຊາຊົນ ລາວ; ​ເຫັນ​ດີ​ເປັນ​ເອກະ​ພາບ​ທິດ​ທາງ, ມາດ​ຕະການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ຮ່ວມ​ມື 6 ​ເດືອນ​ທ້າຍ​ປີ 2015. ​​ການ​ຢ້ຽມຢາມຄັ້ງ​ນີ້, ​ໄດ້ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ທີ່​ມີ​ມາ​ແຕ່ດົນນານແລ້ວ,ລະຫວ່າງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ລາວ.

 

ຂ່າວ/ບົດ​ອື່ນ