ຄະນະຜູ້ແທນການທະຫານຂັ້ນສູງຂອງຫວຽດນາມເຂົ້າຮ່ວມພິທີສະເຫຼີມ ສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

(VOVWORLD) - ເນື່ຶອງໃນໂອກາດສະເຫຼິີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20 ມັງກອນ 1949 – 20 ມັງກອນ 2019)

ຕອນເຊົ້າວັນທີ 19 ມັງກອນ ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນຳໂດຍທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດນຳຫນ້າ, ໄດ້ເດີນທາງໄປເຂົ້າຮ່ວມ ພິທີ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ເພື່ອເປັນການປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ປັບປຸງ ການພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີ, ມິດຕະພາບ, ຄວາມໃກ້ຊິດສະໜິດຕິດພັນ ລະຫວ່າງ ປະຊາຊົນ ແລະ ກອງທັບຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ