ຄະນະຜູ້ແທນການເມືອງຂັ້ນສູງຂອງກອງທັບປະຊາຊົນ ລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ທ່ານພົນເອກ ເລືອງເກື່ອງ ແລະ ທ່ານພົນຕີ ທອງລອຍ ສີລິວົງ ໄດ້ເປັນເອກະພາບນຳກັນຈະເພີ່ມທະວີການຮ່ວມມືດ້ານບຳລຸງສ້າງພະນັກງານ, ສຳມະນາກອນການທະຫານ ລາວ ຢູ່ບັນດາວິທະຍາຄານ, ໂຮງຮຽນທີ່ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ.

ຄະນະຜູ້ແທນການເມືອງຂັ້ນສູງຂອງກອງທັບປະຊາຊົນ ລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1                 ທ່ານພົນເອກ ເລືອງເກື່ອງ ແລະ ທ່ານພົນຕີ ທອງລອຍ ສີລິວົງ (ພາບ: ຈ້ອງຫາຍ/qdnd.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ລາວ ໂດຍທ່ານ ພົນຕີ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ນຳໜ້າຄະນະມາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນ ລະຫວ່າງວັນທີ 18 – 22 ມີນາ. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບຊຶ່ງໄດ້ດຳເນີນໃນຕອນເຊົ້າວັນທີ 19 ມີນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ເລືອງເກື່ອງ ແລະ ທ່ານພົນຕີ ທອງລອຍ ສີລິວົງ ໄດ້ເປັນເອກະພາບນຳກັນຈະເພີ່ມທະວີການຮ່ວມມືດ້ານບຳລຸງສ້າງພະນັກງານ, ສຳມະນາກອນການທະຫານ ລາວ ຢູ່ບັນດາວິທະຍາຄານ, ໂຮງຮຽນທີ່ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ; ສະໜັບສະໜູນ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານໂຄສະນາກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ, ຍູ້ໄວຄວາມຄືບໜ້າຂອງການຊອກຫາ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ເພື່ອສົ່ງກັບຄືນປະເທດ, ສືບຕໍ່ແລກປ່ຽນບັນດາຄະນະປະຕິບັດງານ, ຈັດການພົບປະແລກປ່ຽນວັດທະນະທຳ ແລະ ກິລາລະຫວ່າງບັນດານາຍທະຫານໜຸ່ມ, ຈັດຕັ້ງການແຮກສ່ຽວລະຫວ່າງບັນດາຫົວໜ່ວຍຢູ່ທັງສອງຝ່າຍ.

ກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສະນັກງານສູນກາງພັກ, ທ່ານ ເຈີນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ລາວ ໂດຍທ່ານພົນຕີ ທອງລອຍ ສີວິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານພົນຕີ ທອງລອຍ ສີວິວົງ ໄດ້ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ລາວ ຈະສົມທົບຢ່າງແໜ້ນແຟ້ນ ກັບກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອປະຕິບັດຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ ແລະ ສອງປະເທດຢ່າງມີປະສິດທິຜົນ.

        ທ່ານ ເຈີນກວກເວື້ອງ ກໍ່ຢັ້ງຢືນວ່າ ຫວຽດນາມ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດຖະນາໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ