ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ

(VOVWORLD) - ຝ່າຍ ອາເມລິກາ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງປະເທດນີ້ໃນພາກພື້ນ.
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ - ảnh 1 ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຮັດວຽກກັບ ອົງການລົງທຶນພາກເອກະຊົນຕ່າງປະເທດ ຂອງ ອາເມລິກາ(ພາບ: TTXVN)

ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ, ໂດຍທ່ານ ຫງວຽນວັນບີ່ງ, ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແຕ່ວັນທີ 8 ເມສາ.

        ທ່ານ ຫງວຽນວັນບີ່ງ ແລະ ຄະນະຜູ້ແທນໄດ້ມີການເຮັດວຽກກັບທ່ານ Manisha Singh ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ກ່ຽວກັບບັນຫາເສດຖະກິດ ແລະ ການຄ້າ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາໝາກຜົນອັນດີງາມທີ່ສຸດ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາໃນອະນາຄົດ. ສອງຝ່າຍໄດ້ສຸມໃສ່ແລກປ່ຽນກ່ຽວກັບເລື່ອງອາເມລິກາ ຜັນຂະຫຍາຍຍຸດທະສາດ ມະຫາສະມຸດອິນເດຍ - ປາຊີຝິກ ແລະ ການກະທົບຂອງຍຸດທະສາດນີ້ຕໍ່ພາກພື້ນ ແລະ ຫວຽດນາມ. ຝ່າຍ ອາເມລິກາ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງປະເທດນີ້ໃນພາກພື້ນ.

        ທີ່ການເຮັດວຽກກັບທ່ານ Karen Dunn Kelly ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຄ້າ ອາເມລິກາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງແລະ ມາດຕະການເພື່ອແນໃສ່ສ້າງບັນດາກຳລັງໜູນຢ່າງແຮງກ່ວາໃນຂົງເຂດການລົງທຶນ ແລະ ການຄ້າລະຫວ່າງສອງປະເທດ, ດ້ວຍເປົ້າໝາຍ ອາເມລິກາ ຈະນອນໃນແຖວໜ້າຂອງບັນດານັກລົງທຶນທີ່ລົງທຶນເຂົ້າ ຫວຽດນາມ, ເປັນຕົ້ນແມ່ນຂົງເຂດພະລັງງານ, ພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີສູງ, ແລະ ຫວຽດນາມ ຈະນຳເຂົ້າສິນຄ້າຈາກ ອາເມລິກາ ໃຫ້ຫຼາຍກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດສຳຄັນດັ່ງກ່າວ.

        ທີ່ອົງການລົງທຶນພາກເອກະຊົນຕ່າງປະເທດ ຂອງ ອາເມລິກາ(OPIC), ທ່ານ ຫງວຽນວັນບີ່ງໄດ້ສະເໜີໃຫ້ OPIC ເພີ່ມທະວີການໜູນຊ່ວຍດ້ານເຕັກນິກ ແລະ ເປີດກ້ວາງບັນຊີລາຍຊື່ບັນດາໂຄງການລົງທຶນຢູ່ ຫວຽດນາມ, ໜູນຊ່ວຍການເພີ່ມທະວີຄວາມສາມາດໃນການສຳຜັດຂອງບັນດາວິສາຫະກິດ ຫວຽດນາມ, ພິເສດ ແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ.

ຕອບກັບ

ຂ່າວ/ບົດ​ອື່ນ