ຄະນະຜູ້ແທນຂັ້ນສູງພັກແລະລັດຫວຽດນາມໄວ້ອາໄລອະດີດປະທານສະພາແຫ່ງຊາດລາວສະໝານ ວິຍາເກດ

ຄະນະຜູ້ແທນຂັ້ນສູງພັກແລະລັດຫວຽດນາມໄວ້ອາໄລອະດີດປະທານສະພາແຫ່ງຊາດລາວສະໝານ ວິຍາເກດ - ảnh 1
ທ່ານ ຫງວຽນຊວນຟຸກ ຈົດ​​ໃສ່​ປື້​ມ​ໄວ້ອາ​ໄລ

(vovworld) – ຕອນ​ເຊົ້າ​ວັນ​ທີ 25/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ຜູ້​ແທນຂັ້ນ​ສູງ ຫວຽດນາມ ​ໄດ້​ໄປ​ສະ​ຖານ​ທູດ ລາວ ປະຈຳ ຫວຽດນາມ ​ເພື່ອ​​ໄວ້ອາ​ໄລ ​ແລະ ຂຽນ​ໃນ​ປື້​ມ​ໄວ້ອາ​ໄລ​ ທ່ານ ສະໝານ ວິ​ຍາ​ເກດ, ອະດີດກຳມະການ​ກົມ​ການ​ເມືອງ, ອະດີດປະທານ​ສະພາ​ແຫ່ງ​ຊາດ, ອະດີດ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ ​ແລະ ວັດທະນະທຳ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​​ເຊິ່ງ​ໄດ້ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ວັນ​ທີ 22/7/2016. ທ່ານ​ເລຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້ ສົ່ງ​ພວງມາລາ​ມາອາ​ໄລ​ຫາ.

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ, ຄະນະ​ຜູ້​ແທນ​ຄະນະ​​ໂຄສະນາ​ສຶກສາ​ສູນ​ກາງ, ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສູນ​ກາງ, ຄະນະ​ຜູ້​ແທນ​ຫ້ອງ​ວ່າ​ການ​ປະທານ​ປະ​ເທດ, ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນປະ​ເທດ, ຄະນະ​ຜູ້​ແທນ​ຄະນະ​ຊາວ​ໜຸ່ມ ຮ່າ​​ໂນ້ຍ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ, ຄະນະ​ຜູ້​ແທນ​ຄະນະ​ຕິດ​ຕໍ່​ພົວພັນ​ອະດີດ​ນັກ​ຊ່ຽວຊານ​ນັກ​ຮົບອາສາ​ສະໝັກ ຫວຽດນາມ ຢູ່​ລາວ ​ແລະ ບາງ​ກະຊວງ, ຄະນ, ຂະ​ແໜງ​ການ​ໄດ້​ເຂົ້າ​ໄວ້ອາ​ໄລ ​ແລະ ຈົດ​​ໃສ່​ປື້​ມ​ໄວ້ອາ​ໄລ​​ທ່ານ ສະໝານ ວິ​ຍາ​ເກດ ຢູ່​ສະຖານທູ​ດລາວ ປະຈຳ ຫວຽດນາມ.


ຂ່າວ/ບົດ​ອື່ນ