ຄະນະຜູ້ແທນຄະນະກຳມະການກວດກາສູນກາງຢ້ຽມຢາມແລະເຮັດວຽກຢູ່ສປປລາວ

ຄະນະຜູ້ແທນຄະນະກຳມະການກວດກາສູນກາງຢ້ຽມຢາມແລະເຮັດວຽກຢູ່ສປປລາວ - ảnh 1
ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ
ຕ້ອນ​ຮັບ ທ່ານ ເຈີນກວກ​ເວື້ອງ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູ​ນ​ກາງ
(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ຢູ່ ສ​ປ​ປ ລາວ, ວັນ​ທີ26/5 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ທ່ານ ເຈີນກວກ​ເວື້ອງ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູ​ນ​ກາງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ແລະ ພົບ​ປະ​ກັບ​ຫົວ​ຫນ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ທ່ານ ເຈີນກວກ​ເວື້ອງ ຢືນ​ຢັນ: ສອງ​ອົງ​ການກວດ​ກາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈະ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກວ່າ​ອີກ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ, ແບ່ງ​ປັນ​ບົດ​ຮຽນ​ນຳ​ກັນ​ໃນ​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ ແລະ ປະ​ຕິ​ບັດ​ວິ​ໄນ​ໃນ​ພັກ, ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟ​ຸມ​ເຟືອຍ, ຕ້ານ​ສະ​ພາບ​ເຊື່ອມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ໃນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ເພີ່​ມ​ທະ​ວີ​ການ​ສົມ​ທົບ​ກັນ​ບຳ​ລຸງ​ສ້າງພະ​ນັກ​ງານ​ເຮັດ​ວຽກ​ງານກວດ​ກາ​ກໍ​ຄື​ສົມ​ທົບ​ກັນ​ປ່ຽນ​ໃຫມ່​ເນື້ອ​ໃນ ແລະ ວິ​ທີ​ການ​ວຽກ​ງານກວດ​ກາ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ວຽກ​ງານ​ກໍ​ສ້າງ​ພັກ​ຂອງ​ແຕ່​ລະ​ພັກ.

 ນະ​ທີ່ນີ້, ບັນ​ດາ​ການ​ນຳ​ພັກ, ລັດ ລາວ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ສອງ​ອົງ​ການກວດ​ກາ​ສູນ​ກາງ​ຂອງສອງ​ພັກ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່​າວ, ແບ່ງ​ປັນ​ບົດ​ຮຽນ​ໃນວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ ແລະ ປະ​ຕິ​ບັດ​ວິ​ໄນໃນ​ພັກ, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຊີ້​ນຳ​ນຳ​ພາ, ກຳ​ລັງ​ຕໍ່​ສູ້​ຂອງ​ແຕ່​ລ​ະພັກ.

ຕອບກັບ

ຂ່າວ/ບົດ​ອື່ນ