ຄະນະຜູ້ແທນຄະນະກຳມະການສັນຕິພາບ ແລະ ສາມັກຄີລາວເຄື່ອນໄຫວຢ້ຽມຢາມຫວຽດນາມ

(VOVWORLD) -ທີ່ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ໃນຕອນບ່າຍວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ທັງເປັນ ຮອງປະທານຜູ້ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໂດນຕວັນຟອງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

ຄະນະຜູ້ແທນຄະນະກຳມະການສັນຕິພາບ ແລະ ສາມັກຄີລາວເຄື່ອນໄຫວຢ້ຽມຢາມຫວຽດນາມ - ảnh 1 ທ່ານ ໂດນຕວັນຟອງ ຕ້ອນຮັບ ທ່ານສົມພັນ ແພງຄຳມີ

(ພາບ: thoidai.com.vn)

ໂດຍ ທ່ານຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມາທິການສັນຕິພາບ ແລະ ສາມັກຄີລາວ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ລາວ - ຫວຽດນາມ ສົມພັນ ແພງຄຳມີ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ໂດນຕວັນຟອງ ໃຫ້ຮູ້ວ່າ ໃນຊຸມມື້ນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ທຸກຂັ້ນລ້ວນແຕ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອຊົມເຊີຍບັນດາເຫດການທີ່ມີຄວາມໝາຍຂອງສອງປະເທດ ຢູ່ບັນດາທ້ອງຖິ່ນຂອງຫວຽດນາມ. ທ່ານ ໂດນຕວັນຟອງ ຢັ້ງຢືນວ່າ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ທຸກຂັ້ນຈະສືບຕໍ່ມີບັນດາການປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ