ຄະນະຜູ້ແທນພັກຝ່າຍຊ້າຍເຢຍລະມັນຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ

(VOVWORLD) -ວັນທີ 20 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຕາງໜ້າໃຫ້ພັກກອມມູນິດຫວຽດນາມ ຕ້ອນຮັບຄະນະຜູ້ແທນພັກຝ່າຍຊ້າຍຂອງເຢຍລະມັນ ໂດຍທ່ານນາງ Simone Oldenburg, ຮອງປະທານພັກ, ເປັນຫົວໜ້າຄະນະ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເຂົ້າຮ່ວມການສົນທະນານະໂຍບາຍຄັ້ງທີ 2 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກຝ່າຍຊ້າຍເຢຍລະມັນ.

ຄະນະຜູ້ແທນພັກຝ່າຍຊ້າຍເຢຍລະມັນຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ - ảnh 1 ທ່ານນາງ ເຈືອງທິມາຍ ຕ້ອນຮັບທ່ານນາງ Simone Oldenburg

(ພາບ: TTXVN)

ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ພັກ ແລະ ລັດຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການພັດທະນາສາຍພົວພັນຮ່ວມມືກັບສ.ເຢຍລະມັນ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ເອີລົບ ແລະ ປາດຖະໜາວ່າ 2 ຝ່າຍຈະຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ພັກ.

        ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນພັກຝ່າຍຊ້າຍເຢຍລະມັນ, 2 ພັກໄດ້ຈັດຕັ້ງການສົນທະນາໂຍບາຍຄັ້ງທີ 1 ຢູ່ຮ່າໂນ້ຍ. ນະທີ່ນີ້, 2 ຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການແກ້ໄຂການພົວພັນລະຫວ່າງບັນດາປັດໃຈ “ເສດຖະກິດການຕະຫຼາດ” ແລະ “ສັງຄົມນິຍົມ”, ລະຫວ່າງ “ຕະຫຼາດ” ແລະ “ລັດ”; ລັກສະນະດີເລີດ ກໍຄືບັນດາສິ່ງທ້າທາຍສຳລັບພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢູ່ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ