ຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງ​ຊາດລາວຢ້ຽມຢາມVOV5

ຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງ​ຊາດລາວຢ້ຽມຢາມVOV5 - ảnh 1
ຄະ​ນະ​ໄດ້​ມາ​ຢ້ຽມ​ຢາມ​ພາກ​ພາ​ສາ​ລາວ

(vovworld) –  ຕອນ​ບ່າຍ​ວັນ​ທີ 26/11, ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ລາວ ໂດຍ​ທ່ານ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທ​ະ​ຍຸ​ກະ​ຈາຍ​ສຽງແຫ່ງ​ຊາດ ລາວ (LNR) ນຳ​ໜ້າມາ​ຢ້ຽມ​ຢາມ​ລະ​ບົບ​ກະ​ຈາຍ​ສຽງ ພາກ​ພາ​ສາ​ຕ່າງ​ປ​ະ​ເທດ (VOV5), ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ເຮືອນ​ເລ​ກ​ທີ 45, ຖະ​ໜົນ​ບ່າ​ຈ້ຽວ, ຮ່າ​ໂນ້ຍ. ທ່ານ​ນາງ ດ່​ວານ​ທິ​ຈູງ, ຜູ້​ອຳ​ນວຍ​ການ​ VOV5 ຕາງ​ໜ້າ​ໃຫ້​ຄະ​ນະ​ການ​ນຳ VOV5 ໄດ້​ແນະ​ນຳ​ໂດຍ​ຫຍໍ້​ປະ​ຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ລະ​ບົບ​ກະ​ຈາຍ​ສຽງ VOV5 ໃຫ້ຄະ​ນະ​ຜູ້​ແທນ LNR ໄດ້​ຮັບ​ຊາບ. ພິ​ເສດ, ທ່ານ​ນາງ ດ່​ວານ​ທິ​ຈູງ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ເມື່ອ​ແຈ້ງໃຫ້​ຄະ​ນະ​ໄດ້​ຮັບ​ຊາບ​ວ່າ: ຮອດ​ເດືອນ 7/2015, VOV5 ຈະ​​ມີ​ລາຍ​ການ​ພາ​ສາ​ອັງ​ກິດ 24/7, ອອກ​ອາ​ກາດກະ​ຈາຍ​ສຽງ 24 ຊົ່ວ​ໂມງ/ມື້. ​ສ່ວນ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ LNR ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ ກໍ່​ໄດ້​ແຈ້ງ​​ກ່ຽວ​ກັບ​ການ​ເຕີບ​ໃຫຍ່​ຂອງ LNR ເວົ້າ​ລວມ ແລະ ພະ​ແນກ​ພາ​ສາ​ຕ່າງ​ປະ​ເທດ​ເວົ້າ​ສະ​ເພາະ, ພ້ອມ​ທັງ​ສະ​ແດງ​ຄວາມປິ​ຕິ​​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ຂອງ VOV5​. ທ່ານຍ​ັງ​ໃຫ້​ຮູ້​ຕື່ມ​ອີກວ່າ, ຮອດ​ປີ 2015 ຈະ​ມາ​ເຖິງ, LNR ຈະມີ​ລາຍ​ການ​ພາ​ສາ ຈີນ ຕື່ມ​ອີກ. ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ຂອງ VOV ແລະ LNR ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ  ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທ​ະ​ຍຸ​ກະ​ຈາຍ​ສຽງແຫ່ງ​ຊາດລາວ, ໃຫ້​ຮູ້​ວ່າ:

ສຽງ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ

        ທ່ານ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ ຫວັງ​ວ່າ​ໄລ​ຍະ​ຈະ​ມາ​ເຖິງ, ວິ​ທະ​ຍຸ 2 ປະ​ເທດ​ຈະ​ແລ​ກ​ປ່ຽນ​ນັກ​ຂ່າວ​ເປັນ​ປະ​ຈຳ​ເພື່ອ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ເຊິ່​ງ​ກັນ ແລະ ກັນ.


ຂ່າວ/ບົດ​ອື່ນ