ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ສ.ປ.ຊ ກ່ຽວກັບການຮັກສາສັນຕິພາບ


ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ສ.ປ.ຊ ກ່ຽວກັບການຮັກສາສັນຕິພາບ - ảnh 1
​ທ່ານ​ພົນ​ໂທ​ຫງວຽນ​ຈິ້​ວິງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ ໄດ້​ເຂົ​້າ​ຮ່ວມກອງ​ປະ​ຊຸມ​ການ​ນຳ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​​ຂອງ​ບັນ​ດາ​ປະ​ ເທດສະ​ມາ​ຊິກ ສ.ປ.ຊ ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ

(vovworld)- ຄະ​ນະ​ຜູ້​ແທນ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໂດຍ​ທ່ານ​ພົນ​ໂທ​ຫງວຽນ​ຈິ້​ວິງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ ໄດ້​ເຂົ​້າ​ຮ່ວມກອງ​ປະ​ຊຸມ​ການ​ນຳ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​​ຂອງ​ບັນ​ດາ​ປະ​ເທດສະ​ມາ​ຊິກ ສ.ປ.ຊ ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາໃນ​ວັນ​ທີ 27 ແລະ 28/3. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ພົນ​ໂທ​ຫງວຽນ​ຈິ້​ວິງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄັດ​ຄ້ານ​ຄວາມ​ອະ​ທຳ ແລະ ການ​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ຖື​ເອົາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຄົມ ແລະ ກົດ​ໝາຍ​ສາ​ກົນ ເປັນ​ມາດ​ຖານ​ໃຫ້​ແກ່​ທຸກໆ​ການ​ກະ​ທຳ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ພ້ອມ​ທັງ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບໃຫ້​ແກ່​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ