ຄະນະຜູ້ແທນຫວຽດນາມຢູ່ ເຊີແນວຈັດງານພົບປະສັງສັນຕົ້ນລະດູບານໃໝ່ ປີຈໍ 2018

(VOVWORLD) - ກ່າວຄໍາເຫັນໃນງານພົບປະສັງສັນຕົ້ນລະດູບານໃໝ່, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມຢູ່ເຊີແນວ, ທ່ານເອກອັກຄະລັັດສະທູດ ເຢືອງຈີ໋ຢຸງ ໄດ້ທົບທວນຄືນບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນປີ 2017 ທີ່ຜ່ານມາ ຄື GDP ບັນລຸ 6,81%

ຄະນະຜູ້ແທນຫວຽດນາມຢູ່ ເຊີແນວຈັດງານພົບປະສັງສັນຕົ້ນລະດູບານໃໝ່ ປີຈໍ 2018 - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມປະຈໍາ ສະວິດ ຟ້າມຫາຍບັງ

(ພາບ: Hoàng Hoa/TTXVN)

ວັນທີ 25/02, ຄະນະຜູ້ຕາງໜ້າ ຫວຽດນາມ, ສະຫະປະຊາຊາດ, ອົງການການນຄ້າໂລກ ແລະ ບັນດາອົງການຕ່າງໆຢູ່່ເຊີແນວ, ສະວິດ, ໄດ້ຈັດງານພົບປະສັງສັນຕົ້ນລະດູບານໃໝ່ ປີຈໍ 2018. ທ່ານເອກອັກຄະລັດຖະທູດຫວຽດນາມປະຈໍາ ສະວິດ ຟ້າມຫາຍບັງ ແລະ ທ່ານ Mauro Poggia ກໍາມະການສະພາສະຫະລັດເຊີແນວ,  ເຊິ່ງມີໜ້າທີ່ຮັບຜິດຊອບກ່ຽວກັບບັນຫາວຽກເຮັດງານທໍາ, ສັງຄົມ ແລະ ສາທາລະນະສຸກ, ກໍໄດ້ເຂົ້າຮ່ວມງານພົບປະດັ່ງກ່າວ.

  ກ່າວຄໍາເຫັນໃນງານພົບປະສັງສັນຕົ້ນລະດູບານໃໝ່, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມຢູ່ເຊີແນວ, ທ່ານເອກອັກຄະລັັດສະທູດ ເຢືອງຈີ໋ຢຸງ ໄດ້ທົບທວນຄືນບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນປີ 2017 ທີ່ຜ່ານມາ ຄື GDP ບັນລຸ 6,81%, ຕະຫຼາດເງິນຕາເປັນປົກກະຕິ, ການສະສົມເງິນຕາຕ່າງ ປະເທດບັນລຸລະດັບສະຖິຕິ ແມ່ນເກືອບ 60 ຕື້ ໂດລາສະຫະລັດ. ທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນເວທີສາກົນສືບຕໍ່ໄດ້ຍົກສູງ, ເຊິ່ງຈຸດສຸມແມ່ນຜົນສໍາເລັດຂອງປີ APEC  2017, ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢຸງ ກໍໄດ້ກ່າວຄືນບັນດາການເຄື່ອນໄຫວທີ່ມີ ຄວາມໝາຍໃນປີຜ່ານມາ, ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ ສະວິດ ແລະ ເພື່ອນມິດສະຫາຍ ໄດ້ພ້ອມກັບຄະນະຜູ້ຕາງໜ້າຫວຽດນາມຢູູ່ເຊີແນວ ແລະ ສະຖານທູດ ແຫ່ງ ສສ ຫວຽດນາມປະຈໍາ Berne ໄດ້ດໍາເນີນສໍາເລັດຜົນໃນການສ້າງສາສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ກັບ ສະຫະປະຊາຊາດ ແລະ ບັນດາປະເທດອື່ນໆ, ລະຫວ່າງຫວຽດນາມ ແລະ ສະວິດ. ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢຸງ ປາຖະໜາວ່າ ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ ສະວິດຍາມໃດກໍຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີ ແລະ ເປັນຈິດໜຶ່ງໃຈດ່ຽວອ່ວຍໜ້າເມືອຫາບ້ານເກີດເມືອງນອນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ