ຄະນະພະນັກງານການນຳ, ຄຸ້ມຄອງສື່ມວນຊົນ ລາວ ຢ້ຽມຢາມ VOV

(VOVWORLD) - ປັດຈຸບັນ VOV ລວມມີ 7 ຊ່ອງກະຈາຍສຽງ, 17 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ. 
ຄະນະພະນັກງານການນຳ, ຄຸ້ມຄອງສື່ມວນຊົນ ລາວ ຢ້ຽມຢາມ VOV - ảnh 1 ຄະນະພະນັກງານການນຳ, ຄຸ້ມຄອງສື່ມວນຊົນ ລາວ ຢ້ຽມຢາມ VOV

ຕອນບ່າຍວັນທີ 06 ທັນວາ, ຄະນະພະນັກງານການນຳ, ຄຸ້ມຄອງສື່ມວນຊົນ ລາວ ສັງກັດສະຖາບັນສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໂດຍທ່ານ ວິໄລທອງ ສີຊານົນ ນຳໜ້າ ພ້ອມດ້ວຍບັນດາຜູ້ຕາງໜ້າຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ມາຢ້ຽມຢາມ, ຖອດຖອນບົດຮຽນການຄຸ້ມຄອງສື່ມວນຊົນຢູ່ ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ (VOV) ເລກທີ 58 ຖະໜົນ ກວນຊື ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ VOV ໄດ້ແນະນຳໃຫ້ຄະນະນັກຂ່າວ ລາວ ກ່ຽວກັບໂຄງປະກອບການຈັດຕັ້ງ ແລະ ປະເພດສື່ມວນຊົນຂອງ VOV, ປັດຈຸບັນລວມມີ 7 ຊ່ອງກະຈາຍສຽງ, 17 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ.  ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: VOV ນັບມື້ນັບເປີດກ້ວາງການພົວພັນຮ່ວມມືກັບບັນດາອົງການສື່ມວນຊົນໃນພາກພື້ນ ແລະ ໂລກຢ່າງບໍ່ຢຸດຢັ້ງ ເພື່ອແບ່ງປັນ, ຖອດຖອນບົດຮຽນ ແນໃສ່ຍົກສູງຄຸນນະພາບໃນການຮັບໃຊ້ວຽກງານສື່ຂ່າວໃຫ້ແກ່ປະຊາຊົນ. ແລະ ເພື່ອສ້າງຄວາມສະດວກໃຫ້ທ່ານຜູ້ຟັງໃນສະໄໝດີຈີຕອນ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ VOV ແບ່ງປັນວ່າ:

        “ນອກຈາກທ່ານຜູ້ຟັງໄດ້ຮັບຟັງລາຍການຜ່ານຄື້ນ AM ແລະ FM ແລ້ວ, ທ່ານຜູ້ຟັງສາມາດຮັບຟັງບັນດາລາຍການຂອງ VOV ຜ່ານທາງອິນເຕີແນັດ. ພວກຂ້າພະເຈົ້າມີຊອັບແວ VOVmedia, ທ່ານຜູ້ຟັງສາມາດ ດາວໂລດ ບັນດາລາຍການກະຈາຍສຽງ, ໂທລະພາບຂອງ VOV ໂດຍບໍ່ຕ້ອງເສຍຄ່າ. ເປົ້າໝາຍຕົ້ນຕໍຂອງຊອັບແວ ແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ທ່ານຜູ້ຟັງ ເພື່ອຮັບຟັງລາຍການຂອງ VOV, ຊ້ຳບໍ່ໜຳ ສາມາດຮັບຟັງຄືນບັນດາລາຍການທີ່ທ່ານຜູ້ຟັງນິຍົມ ”.

        ສ່ວນທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ ລາວ ແບ່ງປັນວ່າ

        ທີ່ການພົບປະແລກປ່ຽນໃນຄັ້ງນີ້, ຄະນະພະນັກງານການນຳ, ຄຸ້ມຄອງສື່ມວນຊົນ ລາວ ໄດ້ຕັ້ງຄຳຖາມ ແລະ ໄດ້ຮັບການແບ່ງປັນຫລາຍບັນຫາກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນຄື້ນກະຈາຍສຽງ ແລະ ອິນເຕີແນັດຈາກການນຳ, ພະນັກງານ, ນັກຂ່າວ VOV.

ຄະນະພະນັກງານການນຳ, ຄຸ້ມຄອງສື່ມວນຊົນ ລາວ ຢ້ຽມຢາມ VOV - ảnh 2 ທ່ານ ຫວູຫາຍ ແລະ ທ່ານ ວິໄລທອງ ສີຊານົນ 

ຕອບກັບ

ຂ່າວ/ບົດ​ອື່ນ