ຄະນະລັດຖະບານ ຊົ່ວຄາວລີບີ ລາອອກ ຈາກຕຳແໜ່ງ

ຄະນະລັດຖະບານ ຊົ່ວຄາວລີບີ ລາອອກ ຈາກຕຳແໜ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ​ລີ​ບີ Abdullah al Thinni
(ພາບ: TTXVN)


(vovworld) – ວັນ​ທີ 28/08, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ​ລີ​ບີ Abdullah al Thinni ພ້ອມ​ກັບ​ບັນດາ​ສະມາຊິກ​ລັດຖະບານ ​ໄດ້​ຖະ​ແຫຼ​ງລາ​ອອກ​ຈາກ​ຕຳ​ແໜ່​ງ ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່ ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ທ້າຍ​ເດືອນ 06 ຜ່ານ​ມາ. ​ໃນ​ຖະ​ແຫຼ​ງການ, ລັດຖະບານ​ລິ​ບີ ​ໃຫ້​ຮູ້​ວ່າ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ເພື່ອ​ແນ​ໃສ່​ອະນຸຍາດ​ໃຫ້​ສະພາ​ແຫ່ງ​ຊາດ ສ້າງ​ຕັ້ງ​ລັດຖະບານ​ທີ່​ຕາງໜ້າ​ໃຫ້​ທຸກ​ພາກສ່ວນ​ໃນ​ສັງຄົມ. ສະມາຊິກ​ສະພາ​ແຫ່ງ​ຊາດ​ທ່ານ​ໜຶ່ງ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ລະບຽບ​ການ​ທຳ​ມະ​ດາ, ພ້ອມ​ທັງ​​ຢືນຢັນ​ວ່າ ບໍ່​ມີ​ການ​ຂັດ​ແຍ່ງ​ໃດ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ​ນາ​ຍົກ​ລັດຖະມົນຕີ Abdullah al Thinni. ​ແລະ​ກໍ່​ໃນ​ວັນ​ທີ 28/08, ສະພາ​ແຫ່ງ​ຊາດ​ລີ​ບີ ​ໄດ້​ປະກາດລາຍຊື່​ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ 5 ທ່ານ. ນອກ​ຈານ​ທ່ານ al Thinni ຜູ້​ທີ່ໄດ້​ຮັບ​ການ​​ແຕ່ງ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ໃນ​ເດືອນ 03 ຜ່ານ​ມາ​ແລ້ວ, ບັນຊີ​ລາຍ​ຊື່​ນີ້​ຍັງ​ມີ​ທ່ານ​ອະດີດ​ລັດຖະມົນຕີ​ກະຊວງພາຍ​ໃນ Ashur Ahwuail ທີ່​ເຄີຍ​​ເຂົ້າ​ຮ່ວມ​ລັດຖະບານຂອງ​ນາຍົກລັດຖະມົນຕີ Ali Zeidan.

ຂ່າວ/ບົດ​ອື່ນ