ຄະນະສະມາຊິກສະພາແຫ່ງຊາດບັນດາທ້ອງຖິ່ນພົບປະກັບຜູ້ມີສິດເລືອກຕັ້ງ ແລະ ຮັບຮູ້ບັນດາຄຳເຫັນປະກອບ


ຄະນະສະມາຊິກສະພາແຫ່ງຊາດບັນດາທ້ອງຖິ່ນພົບປະກັບຜູ້ມີສິດເລືອກຕັ້ງ ແລະ ຮັບຮູ້ບັນດາຄຳເຫັນປະກອບ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
 ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​

(vovworld) – ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຢູ່​ເກີນ​ເທີ, ວັນ​ທີ 27/4, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຂຶ້ນ​ກັບ​ຫົວ​ໜ່ວຍ​ເລືອກ​ຕັ້ງ​ເລກ 1 ນະ​ຄອນ ເກີນ​ເທີ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ບາງ​ຕາ​ແສງ​ໃນເມືອງ ຟອງ​ດ່ຽນ. ​ເມື່ອ​ຕອບ​ຄຳ​ສະ​ເໜີ​ແນະກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮ​ູ້​ວ່າ ​ສະ​ພາ​ແຫ່ງ​ຊາດໄດ້​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ພັກ, ລັດ ໄດ້​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງວຽກ​ງານນີ້. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫວໍ​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ​ດົ່ງ​ນາຍ, ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ເຍ​ີນ​ແຈກ, ແຂວງ ດົ່ງ​ນາຍ. ຢູ່​ແຂວງ ເລີມ​ດົ່ງ, ​ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ເລີມ​ດົ່ງ ໄດ້​ພົບ​ປະ​ກັບ​ກັບ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ເມືອງ ຢີ​ລີງ ແລະ ເລີມ​ຮ່າ, ແຈ້ງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຮັບ​ຊາບ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 3, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ໃນ 2 ວັນ​ຄື​ວັນ​ທີ 26 -27/4, ທ່ານ​ນາງ​ ດັ້ງ​ທິ​ງອກ​ທີ້ງ, ຮອງ​ປະ​ທານ​ປະ​ເທດ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ 8 ເມືອງ, ເທດ​ສະ​ບານ, ນະ​ຄອນ​ຂອງ​ແຂວງ ຫວີງ​ລອງ. ທ່ານ​ນາງ​ ດັ້ງ​ທິ​ງອກ​ທີ້ງ ໄດ້​ໃຫ​້​ຮູ້​ວ່າ ການ​ສ້າງ​ກົດ​ໝາຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ​້າ​ທີ່​ຈຸດ​ສຸ​ມ​ຂອງ​ບັນ​ດາກອງ​ປະ​ຊຸມ ​ຂອງສະ​ພາ​ແຫ່ງ​ຊາດ​ ແລະ ໃນ​ໄລ​ຍະ​ຜ່ານ​ມາ, ຍ​າ​ມ​ໃດ​ສະ​ພາ​ແຫ່ງ​ຊາດກໍ່​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ຮັບ​ປະ​ກັນ​ລັກ​ສະ​ນະ​ເອ​ກະ​ພ​າບ, ຄົບ​ຊຸດ, ຄວາມ​ສາ​ມາດ​ເປັນ​ໄປ​ໄດ​້​ຂອງ​ບັນ​ດາ​ຮ່າງ​ກົດ​ໝາຍ​ດ້ວຍ​ຄວາມ​​ປາດ​ຖະ​ໜາ​ວ່າ ​ກົດ​ໝາຍ​ຈະກ້າວ​ເຂົ້າ​ສ​ູ່​ຊີ​ວິດ​​ການເປັນ​ຢູ່ຢ່າງ​ແ​ທ້​ຈິງ.

        ແລະ​​ໃນ​ວັນ​ທີ 27/4, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ແຂວງ ລາວ​ກາຍ, ທ໋າຍງວຽນ, ນີງ​ບີ່ງ, ບີ່ງ​ທ້ວນ ກໍ່ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທ້ອງ​ຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ