ຄ້າຍພັກແລ້ງຫວຽດນາມປີ2019:ຊາວຫນຸ່ມຫວຽດນາມອາໄສຢູ່ຕ່າງປະເທດກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່

(VOVWORLD) -ຕອນເຊົ້າວັນທີ 14 ກໍລະກົດ, ຄະນະຜູ້ແທນຊາວຫນຸ່ມເຍົາວະຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່.

ຄ້າຍພັກແລ້ງຫວຽດນາມປີ2019:ຊາວຫນຸ່ມຫວຽດນາມອາໄສຢູ່ຕ່າງປະເທດກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ - ảnh 1 ຄະນະຜູ້ແທນຊາວຫນຸ່ມຫວຽດນາມອາໄສຢູ່ຕ່າງປະເທດ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ

ໃນການເຄື່ອນໄຫວ “ຄ້າຍພັກແລ້ງປີ 2019”  ພວກຊາວຫນຸ່ມເຍົາວະຊົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຊຸມເດືອນປີແຫ່ງການເຄື່ອນໄຫວປະຕິວັດຂອງລຸງໂຮ່ ເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານ ທຳນຽບປະທານປະເທດ ແລະ ເຂດ ປອດໄພ ດີ້ງຮວາ. ແຕ່ເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານ ກີມລຽນ, ພວກເພື່ອນມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊຸມເດືອນປີໃນຄາວເຍົາໄວຂອງລຸງໂຮ່ຢູ່ບ້ານເກີດເມືອງນອນ. ເມື່ອໄດ້ເຫັນປະຈັກຕາບ່ອນພັກຢູ່, ເຄື່ອງຂອງທີ່ລຽບງ່າຍ ກໍ່ຄືໄດ້ຮັບຟັງເລື່ອງລາວຕື້ນຕັນໃຈກ່ຽວກັບລຸງໂຮ່, ຊາວຫນຸ່ມເຍົາວະຊົນຜູ້ໃດກໍ່ມີຄວາມເຄົາລົບນັບຖື ແລະ ຮູ້ສຶກເອກອ້າງທະນົງໃຈກ່ຽວກັບຜູ້ນຳທີ່ປີຊາສາມາດ. ເພື່ອນ ເຈີນເຟືອງແອງ ມາຈາກ ປະເທດ ຢູແກຼນ ໃຫ້ຮູ້ວ່າ:

ນ້ອງໄປຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ເປັນຄັ້ງທຳອິດ. ເມື່ອໄດ້ເຫັນປະຈັກຕາເຮືອນມຸງຫຍ້າທີ່ລຽບງ່າຍ ຊື່ງລຸງໂຮ່ໄດ້ພັກອາໄສກັບຄອບຄົວໃນຄາວເຍົາໄວ ນ້ອງມີຄວາມເຄົາລົບນັບຖືບຸກຄະລິກະພາບຂອງລຸງໂຮ່ທີ່ສຸດ. ນີ້ແມ່ນສິ່ງທີ່ເປັນຫນ້າເຄົາລົບ ຊື່ງລຸ້ນຫນຸ່ມພວກນ້ອງປະຈຸບັນຕ້ອງປະຕິບັດຕາມ. ການຢ້ຽມຢາມຄັ້ງນີ້ໄດ້ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດຄວາມເປັນມາຂອງຊາດ, ຍິ່ງມີຄວາມຮັກປະເທດຊາດ ແລະ ມີຄວາມເອກອ້າງທະນົງໃຈຕົນແມ່ນຊາວຫວຽດນາມ.”

ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ແມ່ນໂອກາດເພື່ອໃຫ້ຊາວຫນຸ່ມເຍົາວະຊົນ ຊອກຮູ້ ແລະ ເພີ່ມຄວາມຮູ້ກ່ຽວກັບປະທານໂຮ່ຈິມີນທີ່ແສນເຄົາລົບຮັກ ເພື່ອໃຫ້ຈາກນັ້ນຍິ່ງມີຄວາມຮັກຕໍ່ບ້ານເກີດເມືອງນອນ ປະເທດຫວຽດນາມ ກວ່າ.

ຄ້າຍພັກແລ້ງຫວຽດນາມປີ2019:ຊາວຫນຸ່ມຫວຽດນາມອາໄສຢູ່ຕ່າງປະເທດກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ - ảnh 2 ພວກຊາວຫນຸ່ມເຍົາວະຊົນ ປູກຕົ້ນໄມ້ຢູ່ເຂດປູຊະນີຍະສະຖານ ກີມລຽນ

ພາຍຫລັງນັ້ນ ພວກຊາວຫນຸ່ມເຍົາວະຊົນ ໄດ້ເຂົ້າຮ່ວມການເຄື່ອນໄຫວປູກຕົ້ນໄມ້ຢູ່ເຂດປູຊະນີຍະສະຖານ ກີມລຽນ.

ຕອບກັບ

ຂ່າວ/ບົດ​ອື່ນ