ຄ້າຍໄວໜຸ່ມ ASEAN ກ່ຽວກັບການສື່ສານ

(VOVWORLD) -ເນື່ອງໃນໂອກາດ 50 ປີ ແຫ່ງວັນສ້າງຕັ້ງ ASEAN, ຕອນເຊົ້າວັນທີ 12 ທັນວາ ຢູ່ບາງກອກ, ປະເທດໄທ, ໄດ້ເປີດຄ້າຍໄວໜຸ່ມ ASEAN ກ່ຽວກັບການສື່ສານ.
ຄ້າຍໄວໜຸ່ມ ASEAN ກ່ຽວກັບການສື່ສານ - ảnh 1 (ຄ້າຍໄວໜຸ່ມ ASEAN ກ່ຽວກັບການສື່ສານ)

ເຊິ່ງຈະດຳເນີນເປັນເວລາ 1 ອາທິດ, ດ້ວຍຊື່ວ່າ “ຄວາມໄຝ່ຝັນ ASEAN” ແມ່ນກາລະໂອກາດໃຫ້ບັນດາເພື່ອນໜຸ່ມມີຄວາມເມົາມົວກັບການປະດິດສ້າງບັນດາຜະລິດຕະພັນສື່ສານ ທີ່ມີກາລະໂອກາດພົບປະແລກປ່ຽນ, ຖອດຖອນບົດຮຽນ ແລະ ແບ່ງປັນບັນດາແນວຄວາມຄິດທີ່ກ່ຽວຂ້ອງເຖິງການສື່ສານໃນຍຸກສະໄໝໃໝ່ ແລະ ເຄື່ອຂ່າຍສັງຄົມອ່ອນລາຍ. ນະທີ່ນີ້, ບັນດາສະມາຊິກໄດ້ຮັບຟັງບັນດາຜູ້ຊ່ຽວຊານທີ່ມີຊື່ສຽງສະເໜີກ່ຽວກັບບັນດາວິທີສຳຜັດ, ບັນດາທ່າອ່ຽງຂອງການສື່ສານທີ່ກ້າວໜ້າຜ່ານບັນດາຜະລິດຕະພັນ ກະຈ່າຍສຽງ-ໂທລະພາບ ຄືຮູບເງົາສັ້ນ, ບັນດາຜະລິດຕະພັນກຣາບຟິກ, ດົນຕີ… ເພື່ອຈາກນັ້ນສາມາດສົ່ງສານດ້ວຍວິທີເລິກເຊິ່ງ ແລະ ງ່າຍດາຍທີ່ສຸດ.

        ທີ່ຄ້າຍດັ່ງກ່າວ, ບັນດາເພື່ອນໜຸ່ມໃນພາກພື້ນ ກໍ່ໄດ້ແນະນຳບັນດາຜະລິດຕະພັນສື່ສານສະໜອງຂໍ້ມູນຂ່າວສານກ່ຽວກັບ ASEAN ເວົ້າລວມ ກໍ່ຄືບັນດາຈຸດວັດທະນະທຳ, ທັດສະນີຍະພາບຂອງບັນດາສະມາຊິກໃນພາກພື້ນ ເວົ້າສະເພາະ, ແນໃສ່ເພື່ອສ້າງປະຊາຄົມ ASEAN ໃຫ້ມີຄວາມສາມັກຄີ ແລະ ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ