ຄາດຄະເນເສດຖະກິດ 2018: 12/12 ຄາດໝາຍບັນລຸໄດ້ ແລະ ລື່ນກາຍແຜນການ

(VOVWORLD) - ສະພາບການເສດຖະກິດສັງຄົມປີ 2018 ສືບຕໍ່ຮັກສາທ່າຫັນປ່ຽນຢ່າງຕັ້ງໜ້າ, ຄາດວ່າຈະສຳເລັດ 12/12 ຄາດໝາຍຢ່າງຮອບດ້ານ ຊຶ່ງສະພາແຫ່ງຊາດມອບໝາຍໃຫ້, ໃນນັ້ນ ມີ 8 ຄາດໝາຍລື່ນກາຍແຜນການ ແລະ 4 ຄາດໝາຍບັນລຸແຜນການ.
ຄາດຄະເນເສດຖະກິດ 2018: 12/12 ຄາດໝາຍບັນລຸໄດ້ ແລະ ລື່ນກາຍແຜນການ - ảnh 1 ກອງປະຊຸມຜ່ານທາງເຄືອຂ່າຍດິນເຕີເນັດ (ພາບ: baodautu.vn)

ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາທີ່ກອງປະຊຸມຜ່ານທາງເຄືອຂ່າຍດິນເຕີເນັດ “ຕີລາຄາສະພາບການພັດທະນາເສດຖະກິດສັງຄົມປີ 2018 ແລະ ສ້າງແຜນການພັດທະນາເສດຖະກິດສັງຄົມປີ 2019” ໂດຍກະຊວງແຜນການ ແລະ ການລົງທຶນ ຈັດຕັ້ງໃນຕອນເຊົ້າວັນທີ 24 ກັນຍາ. ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດປີນີ້ຕາມທ່າອ່ຽງຕັ້ງໜ້າ, ລະດັບການເຕີບໂຕ GDP ຮັກສາຢູ່ລະດັບສູງ, ຄາດວ່າຈະບັນລຸໄດ້ 6,7%. ດັດຊະນີໄພເງິນເຟີ້ໄດ້ຮັບການຄວບຄຸມ, ໃນ 3 ປີຢ່າງລຽນຕິດແຕ່ປີ 2016 – 2018 ດັດຊະນີລາຄາໃຊ້ສອຍສະເລ່ຍ (CPI) ຮັກສາຢູ່ລະດັບຕ່ຳກ່ວາ 4%; ຕະຫລາດການເງິນຮັກສາການເຕີບໂຕເປັນປົກກະຕິ, ການເຕີບໂຕສິນເຊື່ອຢູ່ໃນລະດັບ 17%.

ຕອບກັບ

ຂ່າວ/ບົດ​ອື່ນ