ຄາດວ່າໃນປີນີ້ວົງເງິນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸ 35 ຕື້ USD

(VOVWORLD) - ຄາດວ່າ, ວົງເງິນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໃນປີນີ້ຈະບັນລຸ 35 ຕື້ USD, ລື່ນກາຍ 1 ຕື້ USD ເມື່ອທຽບໃສ່ແຜນການໄດ້ວາງອອກ
ຄາດວ່າໃນປີນີ້ວົງເງິນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸ 35 ຕື້ USD - ảnh 1 ພາບປະກອບ

ຍອດວົງເງິນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໃນ 6 ເດືອນຕົ້ນປີນີ້ຄາດວ່າບັນລຸ 16,5 ຕື້ USD, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ, ວົງເງິນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໃນປີນີ້ຈະບັນລຸ 35 ຕື້ USD, ລື່ນກາຍ 1 ຕື້ USD ເມື່ອທຽບໃສ່ແຜນການໄດ້ວາງອອກ. ນອກຈາກເລື່ອງປັບຕົວໄວກັບການຫັນປ່ຽນຂອງຕະຫຼາດ, ບັນດາສັນຍາການຄ້າເສລີ ໄດ້ຮັບຄວາມລໍຄອຍຈະແມ່ນໄມ້ງັດເພື່ອຊຸກຍູ້ການເຕີບໂຕໃນການສົ່ງອອກຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ. ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ - ສົ່ງອອກ, ກະຊວງອຸດສາຫະກຳ ການຄ້າ ຖືວ່າ ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບໄດ້ຮັບຫຼາຍຜົນປະໂຫຍດທີ່ສຸດຈາກສັນຍາການຄ້າ, ພິເສດແມ່ນຈາກສັນຍາຄູຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP):

        “ສັນຍາ CPTPP ມີຄວາມຮຽກຮ້ອງຕ້ອງການກ່ຽວກັບດ້ານຕົ້ນກຳເນີດສູງກ່ວາ, ຮຽກຮ້ອງຫຼາຍປັດໄຈສົ້ນເຂົ້າຂອງບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຕ້ອງຜະລິດຕາມມາດຖານຂອງບັນດາປະເທດສະມາຊິກ CPTPP. ໃນພາກພື້ນ, ບັນດາປະເທດທີ່ຜະລິດວັດຖຸດິບຂອງເຄື່ອງຕ່ຳແຜ່ນຕັດຫຍິບບໍ່ຫຼາຍ. ດັ່ງນັ້ນ, ເພື່ອແກ້ໄຂບັນດາຂາດແຄນວັດຖຸດິບນັ້ນ, ພວກເຮົາຕ້ອງດຶງດູດການລົງທຶນໃນຂອດນີ້ຢູ່ຕະຫຼາດ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ