ຄຳເຫັນກ່ຽວກັບເພີ່ມທະວີການກໍ່ສ້າງລະບອບນິຕິກຳໃນພັກ

(VOVWORLD) - ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ (CPCCC) ວັນທີ 25 ມິຖຸນາ ໄດ້ປະກາດໃຊ້ “ຄຳເຫັນກ່ຽວກັບເພີ່ມທະວີການກໍ່ສ້າງລະບອບນິຕິກຳໃນພັກ”

ໃນນັ້ນ ວາງອອກຈຸດໝາຍຈະສ້າງຕັ້ງລະບົບລະບອບນິຕິກຳ “ສົມບູນພໍສົມຄວນ” ໃນຈຸດເວລາສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ (CPC) ໃນປີ 2021. ຕາມ CPCCC ແລ້ວ, ເລື່ອງເພີ່ມທະວີການກໍ່ສ້າງລະບອບນິຕິກຳ ໃນພັກແມ່ນຄວາມຮຽກຮ້ອງທີ່ຈຳເປັນຂອງນະໂຍບາຍ “ປົກຄອງພັກຢ່າງເຂັ້ມງວດຮອບດ້ານ” ແລະ “ປົກຄອງພັກ” ອີງໃສ່ຂໍ້ກຳນົດກົດລະບຽບ. ນີ້ກໍ່ແມ່ນເນື້ອໃນຈຳເປັນໃນຍຸດທະສາດກໍ່ສ້າງລະບົບສັງຄົມນິຍົມ ທີ່ເປັນເອກະລັກສະເພາະຂອງ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ