ງານຊຸມນຸມມິດຕິງຕອບສະຫນອງເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນແລະຕ້ານHIV/AIDS

ງານຊຸມນຸມມິດຕິງຕອບສະຫນອງເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນແລະຕ້ານHIV/AIDS - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ຊຸມ​ນຸມຕອບ​ສະ​ຫນອງ​ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ HIV/AIDS
ພາບ:http://aids.com.vn

 (vovworld)-  ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ນະ​ຄອນ ບັກ​ນິງ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ຫນອງ​ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ HIV/AIDS ແລະ ວັນ​ໂລກ​ປ້ອງ​ກັນ ແລະ ຕ້ານ AIDS (1/12). ​ນະ​ພິ​ທີ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ຮຽກ​ຮ້ອງໃຫ້​ທຸກ​ຄົນ ຈົ່ງ​ມີ​ການ​ກະ​ທຳ​​ເພື່ອ​ສ້າງ​ກຳ​ລັງ​ແຮງ​ຂອງ​ທັງ​ວົງ​ຄະ​ນາ​ຍາດ, ຍູ້​ HIV/AIDS ໃຫ້​ຖອຍ​ອອກ​ຈາກ​ຊີ​ວິດ.

ມາ​ຮອດ​ປະ​ຈຸ​ບັນ, ທົ່ວ​ໂລກ ມີ 36,9 ລ້ານ​ຄົນ​ຖືກ​ຕິດ HIV  ແລະ ເກືອບ 40 ລ້ານ​ຄົນ​ຖືກ​ເສຍ​ຊີ​ວິດ​ຍ້ອນເປັນ AIDS. ແຕ່​ປີ 1990 ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ຄົ້ນ​ພົບ​ຜູ້​ຖືກ​ຕິດ HIV ປະ​ມານ 230.000 ຄົນ ແລະ 85.000 ຄົນ​ຖືກ​ເສຍ​ຊີ​ວິດ​ຍ້ອນ AIDS.

ຂ່າວ/ບົດ​ອື່ນ