ງານຊຸມນຸມສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດຫວຽດນາມ

ງານຊຸມນຸມສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນໄຂງານ ຊຸມນຸມມິດຕິງ
(ພາບ: Đại biểu Nhân dân)

(vovworld) -  ງານ​ຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ສະພ​າ​ແຫ່ງ​ຊາດ ຫວຽດນາມ (6/1/1946 – 6/1/2016) ຖຶກຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 6/1, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ. ​ເຂົ້າ​ຮ່ວມ​ພິທີ​ມີ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ນອກຈາກ​ນັ້ນ​ຍັງ​ມີ​ທ່ານ​ປະທານ​ສະພ​າ​ແຫ່ງ​ຊາດລາຊະ​ອານາຈັກ ກຳປູ​ເຈຍ Heng Samrin, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢ່າ​ທໍ່​ຕູ້ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຈາກ​ຊຸດ​ທີ 1 ຫາ ຊຸດ​ທີ 13.

        ກ່າວ​ຄຳ​ເຫັນ​ໄຂ​ງານ​ຊຸມນຸມ​ມິດ​ຕິງ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນ​ວ່າ: ວັນ​ທີ 6/1/1946 ​​ເປັນຂີດ​ໝາຍ​ຮູ່ງ​ເຮືອງ​​​ເຫຼືອ​​ເຫຼື້ອມ​ໃນ​ປະຫວັດ​ສາດ ຫວຽດນາມ, ​ເປັນຂີດ​ໝາຍ​ບາດກ້າວ​ພັດທະນາຢ່າງ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ລະບອບ​ປະຊາທິປະ​ໄຕ, ​​​ເປີດ​ໄລ​ຍະ​ພັດທະນາໃໝ່ຂອງ​ປະ​ເທດ ຫວຽດນາມ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ຢັ້ງຢືນ​ວ່າ:

        “ຍາມ​ໃດ​ສະພາ​ແຫ່ງ​ຊາດ​ກໍ່​​ເປັນ​ບ່ອນ​ເຕົ້າ​ໂຮມ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ສະພາ​ແຫ່ງ​ຊາດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລ​ະ ​ເພື່ອ​ປະຊາຊົນ. ນັບ​ແຕ່​ຊຸດ​ທີ 1, ​ໃນ​​ໂຄງ​ປະກອບ ​ແລະ ວິທີ​ການຈັດ​ຕັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ແດງ​​ໃຫ້​ເຫັນລັກສະນະ​​ເປັນຕົວ​ແທນ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ປະຊາຊົນ.”

        ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລ້ວ, ​ໃນ​ສະພາບ​ການ​ປະຈຸ​ບັນ, ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ຫວຽດນາມ ຕ້ອງ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ, ຍາດ​ແຍ່ງ​ກາລະ​ໂອກາດ​ສະດວກ, ມານະ​ພະຍາຍາມ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​​ໃຫ້​ປະ​ເທດ​ຊາດ​ພັດທະນາ​ໄວ ​ແລະ ໝັ້ນຄົງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

        “ປີ 2016 ​ແລະ ຊຸມ​ປີ​ຕໍ່​ໄປ, ທົ່ວ​ພັກ, ທົ່ວ​ປະຊາຊົນ ​ແລະ ທົ່ວ​ກອງທັບ ຫວຽດນາມ ມີໜ້າ​ທີ່​ມານ​ະພະຍາຍາມ​ສູ້​ຊົນ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​​ໄລ​ຍະ 5 ປີ 2016 – 2020 ​ເຊິ່ງຈຸດ​ສຸມ​ແມ່ນ​ສືບ​ຕໍ່​ພັດທະນາ​ເສດຖະກິດ​ສັງຄົມ​ໄວ ​ແລະ ຍືນ​ຍົງ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຍູ້​ແຮງ​ການ​ປະຕິບັດ​ບັນດາ​ບາດ​ບຸກທະລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ປະສິດ​ທິພາບ, ຄຸນນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນ​ຖານ​ເສດຖະກິດ. ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ​້າ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.”


ຂ່າວ/ບົດ​ອື່ນ