ງານຕະຫຼາດນັດ ຈີນ - ອາຊຽນ 2019 ຈະຈັດຂຶ້ນໃນເດືອນກັນຍາ

(VOVWORLD) -ງານຕະຫຼາດນັດ ຈີນ - ອາຊຽນ ຄັ້ງທີ 16 (CAEXPO 2019) ຈະດໍາເນີນໃນລະຫວ່າງວັນທີ 20 – 23 ກັນຍາ ຢູ່ ໜານໜິງ, ກວາງຊີ, ປະເທດຈີນ 

ງານຕະຫຼາດນັດ ຈີນ - ອາຊຽນ ຄັ້ງທີ 16 (CAEXPO 2019) ຈະດໍາເນີນໃນລະຫວ່າງວັນທີ 20 – 23 ກັນຍາ ຢູ່ ໜານໜິງ, ກວາງຊີ, ປະເທດຈີນ ດ້ວຍຫົວຂໍ້ວ່າ “ຮ່ວມກັນສ້າງ “1 ແລວ, 1 ເສັ້ນທາງ”, ຮ່ວມກັນສ້າງວິໄສທັດການຮ່ວມມື”. ອິນໂດເນເຊຍ ຈະແມ່ນປະເທດກິດຕິມະສັກຂອງງານຕະຫຼາດນັດປີນີ້.

        ງານຕະຫຼາດນັດຄັ້ງນີ້ ຈະສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ການກໍ່ສ້າງ “1 ແລວ 1 ເສັ້ນທາງ”, ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຈີນ ແລະ ອາຊຽນ ເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນສ້າງກຸຸ່ມຮ່ວມຊາຕະກໍາ ຈີນ - ອາຊຽນ ໃຫ້ນັບມື້ນັບແໜ້ນແຟ້ນກວ່່າ.

        ຕາມຕົວເລກສະຖິຕິຂອງ ກະຊວງການຄ້າ ຈີນ ແລ້ວ, ປີ 2018, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຈີນ ແລະ ອາຊຽນ ສືບຕໍ່ພັດທະນາຢ່າງແຮງ ດ້ວຍວົງການການຄ້າສອງສົ້ນບັນລຸ ເກືອບ 590 ຕື້ USD, ເພີ່ມຂຶ້ນກວ່າ 14% ເມື່ອທຽບໃສ່ໄລຍະດຽວກັນ, ບັນລຸລະດັບສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ.

 ບິກທ້ວນ - ນັກຂ່າວ VOV ປະຈໍາ ຈີນ 

ຕອບກັບ

ຂ່າວ/ບົດ​ອື່ນ