ງານຕະຫຼາດນັດການຄ້າທ່ອງທ່ຽວສາກົນຫວຽດນາມ-ຈີນຈະດຳເນີນໃນຕົ້ນເດືອນທັນວາ 2017

(VOVWORLD) -ວັນທີ 17 ຕຸລາ, ຢູ່ນະຄອນຮ້າລອງ, ຄະນະກຳມະການປະຊາຊົນນະຄອນ ມ໋ອງກ໋າຍ, ແຂວງກວາງນິງ, ຫວຽດນາມ ແລະ ອຳນາດການປົກຄອງປະຊາຊົນນະຄອນ ຕຸງສິງ, ແຂວງ ກວາງຊີ, ປະເທດຈີນ ໄດ້ຈັດກອງປະຊຸມສົ່ງເສີມການເຄື່ອນໄຫວງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນຫວຽດນາມ - ຈີນ (ມ໋ອງກ໋າຍ - ຕຸງສິງ) ປີ 2017.

ງານຕະຫຼາດນັດການຄ້າທ່ອງທ່ຽວສາກົນຫວຽດນາມ-ຈີນຈະດຳເນີນໃນຕົ້ນເດືອນທັນວາ 2017 - ảnh 1 ການປະຊຸມຂ່າວ

(ພາບ: nhandan.com.vn)

ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນຫວຽດນາມ - ຈີນ (ມ໋ອງກ໋າຍ - ຕຸງສິງ) ປີ 2017 ມີຫົວຂໍ້ວ່າ “ພ້ອມກັນຮ່ວມມື, ພ້ອມກັນພັດທະນາ” ຈະດຳເນີນໃນລະຫວ່າງວັນທີ 01 – 07 ທັນວາ ຢູ່ນະຄອນມ໋ອງກ໋າຍ, ແຂວງກວາງນິງ.

ງານຕະຫຼາດນັດປີນີ້ມີຂອບເຂດດ້ວຍຮ້ານວາງສະແດງກວ່າ 400 ຮ້ານ, ໃນນັ້ນມີຮ້ານວາງສະແດງ 300 ຮ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດຫວຽດນາມ ແລະ ຮ້ານວາງສະແດງ 100 ຮ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດຈີນ. ງານຕະຫຼາດນັດໄດ້ແນະນຳ, ໂຄສະນາບັນດາປະເພດສິນຄ້າທີ່ມີທ່າແຮງຂອງຫວຽດນາມ ແລະ ຈີນຄື: ຜະລິດຕະພັນກະເສດ, ສິນທະເລ, ອຸປະກອນ, ເຄື່ອງຈັກ, ເຄື່ອງສິລະປະຫັດຖະກຳ...

ຕອບກັບ

ຂ່າວ/ບົດ​ອື່ນ