ງານຕະຫຼາດນັດການຄ້າຫວຽດນາມ-ລາວປີ2015ເຊື່ອມຕໍ່ວິສາຫະກິດ2ປະເທດ

ງານຕະຫຼາດນັດການຄ້າຫວຽດນາມ-ລາວປີ2015ເຊື່ອມຕໍ່ວິສາຫະກິດ2ປະເທດ - ảnh 1
ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2015

(vovworld) – ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2015 (VIETLAOEXPO2015) ພວມ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 2 – 6/7, ຢູ່​ສູນ​ກ​ອງ​ປະ​ຊຸມ​ວາງ​ສະ​ແດງ​ສາ​ກົນ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ. ງານ​ຕະຫຼາດ​ນັດ​ນີ້​ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ ​ການ​ຄ​້າ ຫວຽດ​ນາມ ແລະ ​ກະ​ຊວງ​ອຸດ​ສາ​ຫະ​ກຳ ​ການ​ຄ​້າ ລາວ ສົມ​ທົບ​ກັນ​ຈັດ​ຕັ້ງ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​. ທ່ານ ສົມ​ຈິດ ອິ​ນ​ທະ​ມິດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​​ກະ​ຊວງ​ອຸດ​ສາ​ຫະ​ກຳ ​ການ​ຄ​້າລາວ ແລະ ທ່ານ ຫງວຽນ​ເກີມ​ຕ​ູ໋, ​ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ ​ການ​ຄ​້າ ຫວຽ​ດ​ນາມ, ຖື​ວ່າ: ​ງານ​ຕະຫຼາດ​ນັດ​ແມ່ນ​ຂົວ​ເຊື່ອມ​ຕໍ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້​ອົງ​ການ​ການ​ຄ້າ, ນັກ​ຜະ​ລິດ, ລົງ​ທຶນ ຫວຽດ​ນາມ ແລະ ລາວ ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ລົງ​ທ​ຶນ, ຮ່ວມ​ທຸ​ລະ​ກິດ. ທ່ານ ຫງວຽນ​ເກີມ​ຕູ໋, ເນັ້ນ​ໜັກ​ວ່າ:

        “ການນ​ຳ​ຂັ້ນ​ສູງ 2 ປະ​ເທດ​ກຳ​ນົດ​ວ່າ​ປີ 2015, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຈະ​ບັນ​ລຸ​ລະ​ດັບ 2 ຕື້ USD ແລະ ປີ 2020 ຈະ​ແມ່ນ 5 ຕື້ USD. ນີ້ກໍ່​ແມ່ນ​ການ​ທ້າ​ທາຍ​ໃຫຍ່​ສຳ​ລັບ​ຂະ​ແໜງ​ການ​ຄ້າ 2 ປະ​ເທດ. ຄຽງ​ຂ້າງ​ບັນ​ດາກ​ົນ​ໄກ​ນະ​ໂຍ​ບາຍ​ຂອງ​ລັດ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ເລື່ອງ​ຮ່ວມ​ມື​ບັນ​ລຸ​ຜົນ​ສຳ​ເລັດ​ແມ່ນ​ອີງ​ໃສ່​ວິ​ສາ​ຫະ​ກິດ, ຕ້ອງ​ເຂົ້າ​ໃຈ​ກັນ​ຈຶ່ງ​ສ້າງ​ການ​ພົວ​ພັນ​ຮ່ວມ​ມືດ້ານ​ກາ​ນ​ຄ້າ​ຍາວ​ນານ, ສະ​ຖຽນ​ລະ​ພາບ ແລະ ໝັ້ນ​ຄົງ. ບັນ​ດາ​ງານ​ຕະຫຼາດ​ນັດ​ຄື​ແນວນີ້​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ການ​ເຊື່ອມ​ຕໍ່ 2 ຝ່າຍ.”


ຂ່າວ/ບົດ​ອື່ນ