ງານຕະຫຼາດນັດຄ່ຳຄືນລະດູໜາວຖືກດຳເນີນຢູ່ການາດາ

ງານຕະຫຼາດນັດຄ່ຳຄືນລະດູໜາວຖືກດຳເນີນຢູ່ການາດາ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 20 – 22/01, ຢ​ູ່​ກາ​ນາ​ດາ ໄດ້​ດຳ​ເນີນ​ງານ​ຕະ​ຫຼາດ​ນັດ​ຄ່ຳ​ຄືນ​ລະ​ດູ​ໜາວ 2017, ດ້ວຍ​ເຂ​ດ​ວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ​ອາ​ຫານ​ການ​ກິນ​ອາ​ຊີ ຢ່າງ​​ຟົດ​ຟື້ນ​ມ່ວນ​ຊື່​ນ. ເຂົ້າ​ຮ່ວມ​ງານ​ຕະ​ຫຼ​າດ​ນັດ​ມີ​ຮານ​ວາງ​ສະ​ແດງ​ສິນ​ຄ້າ​ນັບ​ສີບໆ​ຮ້ານ ​ໄດ້ວາງ​ສະ​ແດງ​​ຂາຍບັນ​ດາ​ຜ​ະ​ລິດ​ຕະ​ພັນ ແລະ ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຄື: ຫວຽດ​ນາມ, ໄທ, ຍີ່​ປຸ່ນ, ຈີນ. ພິ​ເສດ, ນີ້​ແມ່ນ​ປີ​ທຳ​ອິດ​ທ​ີ່ສະ​ຖານ​ທ​ູດ​ຫວຽດ​ນາມ ປະ​ຈຳ​ກາ​ນາ​ດາ ມີ​ຮ້ານ​ວາງ​ສະ​ແດງ​ເພື່ອ​ແນະ​ນຳ​ເຖິງ​ລູກ​ຄ້າ​ທີ່ມາ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ. ​ທ່ານ ຫງວຽນ​ຮຸ່ງ​ເຊີນ, ອຸ​ປະ​ທູດ​ຫວຽດ​ນາມ ປະ​ຈຳ​ກາ​ນາ​ດາ ໃຫ້​ຮູ້​ວ່າ, ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ຍູ້​ແຮງວຽກ​ງານ​ການ​ທູດ​ດ້ານ​ວັດ​ທະ​ນະ​ທຳ, ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ​ຊາວ​ຫວຽດ​ນາມ ແລະ ອາ​ຫານ​ການ​ກິນ​ຂອງ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ.

ຂ່າວ/ບົດ​ອື່ນ