ງານຕະຫຼາດນັດທ່ອງທ່ຽວສາກົນ ຫວຽດນາມ ຕ້ອນຮັບແຂກເຂົ້າຊົມ 61.000 ເທື່ອຄົນ

ງານຕະຫຼາດນັດທ່ອງທ່ຽວສາກົນ ຫວຽດນາມ ຕ້ອນຮັບແຂກເຂົ້າຊົມ 61.000 ເທື່ອຄົນ - ảnh 1
ພາບ​ປະ​ກອບ

(vovworld) – ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ປີ 2017 ດ້ວຍ​ຫົວ​ຂໍ້ “ຮ່າ​ໂນ້ຍ - ຈຸດ​ນັດ​ພົບ​ຂອງ​ທ່ອງ​ທ່ຽວ ຫວຽດ​ນາມ” ຖືກ​ອັດ​ລົງ​ພາຍຫຼັງ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 4 ວັນຄື​ແຕ່​ວັນ​ທີ 6 -9/4. ງານ​ຕະຫຼາດ​ນັດ​ໄດ້​ດຶງ​ດູດ​ແຂກ​ເຂົ້າ​ຊົມ​ ແລະ ຊື້​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວປະ​ມານ 61.000 ເທື່ອ​ຄົນ; ມີ 20.070 ລາຍ​ການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າ​ງ​ປະ​ເທດ​ໄດ້​ຂາຍ​ອອ​ກ​ທີ່​ງານ​ຕະຫຼາດ​ນັດ​ຄັ້ງ​ນີ້, ນຳ​ມາ​ເຊິ່ງ​ລາຍ​ຮັບ​ປະ​ມານກ່​ວາ 210 ຕື້​ດົ່ງ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ. ທ່ານ ລືວ​ດືກ​ເກ໋, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ Hanoitourist, ໃຫ້​ຮູ້​ວ່າ:

    “ບໍ​ລິ​ສັດ Hanoitourist ຖື​ວ່າ​: ງານ​ຕະຫຼາດ​ນັດ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​​ຢ່າງ​ຈົ​ບ​ງາມຍ້ອນ​ວ່ານີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຄ້າ​ຂາຍ​ສິນ​ຄ້າ​ໃນ​ລະ​ດູ​ການ​ທ່ອງ​ທ່ຽວ​. ບໍ​ລິ​ສັດ​ຂາຍ​​ໄດ້ບັນ​ດາ​ຜະ​ລິດ​ຕະ​ພັນ​ເຊິ່ງ​ຕົນ​ໝັ້ນ​ໝາຍ​ວ່າ​ດີ​ທີ່ສຸດ​ເພື່ອ​ຮັບ​ປະ​ກັນ​ອິດ​ທິ​ພົນ​ຊື່​ສຽງ. ນີ້​ແມ່ນ​ທິດ​ທາງ​ຂອງ​ບໍ​ລິ​ສັດ​ ຫາກບໍ່​ແມ່ນ​ວ່າ​ພວກ​ເຮົາ​ຂາຍ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃຫ້​ໄດ້ດ້ວຍ​ທຸກ​ຮູບ​ການ”

    ມີ​​ບັນ​ດາຮ້ານ​ວາງ​ສະ​ແດງ​​ຄືຂອ​ງ​ພະ​ແນກ​ທ່ອງ​ທ່ຽວ ຮ້າ​ໂນ້ຍ, Viettravel, Saigontourist, Hanoitourist… ແມ່ນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່ຫຼາຍ​ຮູບຫຼາຍ​ແບບ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ. ບັນ​ດາ​ຮ້ານ​ວາງ​ສະ​ແດງ​ສາ​ກົນ​ຄື: ສ. ເກົາຫຼີ, ຍີ່​ປຸ່ນ, ຟີ​ລິບ​ປິນ, ກຳ​ປູ​ເຈຍ ກໍ່​ໄດ້​ຮັບ​ການ​ອອກ​ແບບ​ຢ່າງ​ງາມ​ຕາ, ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແຂກ​ເຂົ້າຊົມ. 


ຕອບກັບ

ຂ່າວ/ບົດ​ອື່ນ