ງານຕະຫຼາດນັດວາງສະແດງອຸດສາຫະກຳລົດໂອໂຕຈີນ-ອາຊຽນຄັ້ງທີ6

ງານຕະຫຼາດນັດວາງສະແດງອຸດສາຫະກຳລົດໂອໂຕຈີນ-ອາຊຽນຄັ້ງທີ6 - ảnh 1
ພາບ​ປະ​ກອບ

(vovworld) – ງານ​ວາງ​ສະ​ແດງ​ເຄື່ອງ​ອາ​ໄລ່​ລົດ​ຂອງ​ງານ​ຕະຫຼາດ​ນັດວາງ​ສະ​ແດງ​ອຸ​ດສາ​ຫະ​ກຳ​ລົດ​ໂອ​ໂຕ ຫຼຽວ​ເຈົາ ປະ​ເທດ​ຈີນ - ອາ​ຊຽນ ຄັ້ງ​ທີ 6 ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ ຫຼຽວ​ເຈົາ, ແຂວງ ກວາງ​ສີ, ປະ​ເທດ ຈີນ ແຕ່​ວັນ​ທີ 21 – 23/10. ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ອາ​ໄລ່​ລົດ​ໂອ​ໂຕ​ຂອງວິ​ສາ​ຫະ​ກິດ​ອາ​ໄລ່​ລົດ​ໂອ​ໂຕ​ຂອງ​ຈີນ ແລະ ຮົງ​ກົງ (ປະ​ເທດ​ຈີນ) 700 ແຫ່ງໄດ້​ສະ​ເໜີ​ຕົວ​ຕໍ່​ມະ​ຫາ​ຊົນ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.

       ພ້ອມ​ກັບ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ ຈີນ - ອາ​ຊຽນ, ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ກາ​ນ​ຄ້າ​ລະ​ຫວ່າງ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ​ນັບ​ມື້​ນັບ​ພັດ​ທະ​ນາ​ກ້າວ​​ເຂົ້າສູ່​ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ ແລະ ໄດ້​ສະ​ໜອງ​ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸ​ສາ​ຫະ​ກຳ​ລົດ​ໂອ​ໂຕ​ລະ​ຫວ່າງ 2 ຝ່າຍ. ​ນັບ​ມື້​ນັບມີ​ວິ​ສາ​ຫະ​ກິດ​ລົດ​ໂອ​ໂຕ ຈີນ ຫຼາຍ​ແຫ່ງກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງບັນ​ດາ​ປະ​ເທດ ອາ​ຊຽນ, ສົມ​ທົບ​ກັນ​ເປີດ​ກ້​ວາງ​ຕະຫຼ​າດ​ໂອ​ໂຕ ອາ​ຊຽນ.


ຂ່າວ/ບົດ​ອື່ນ