ງານບຸນCholChnamThmayເປີດສາກໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນວັດທະນະທຳບັນດາເຜົ່າຫວຽດນາມ

ງານບຸນCholChnamThmayເປີດສາກໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນວັດທະນະທຳບັນດາເຜົ່າຫວຽດນາມ - ảnh 1
ການແນະນຳອາຫານການກິນຢູ່ງານບຸນ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/4, ງານ​ບຸນ Chol Chnam Thmay, ​ເຊິ່ງ​ແມ່ນ​ງານ​ບຸນ​ສະ​ເຫຼີ​ມສະຫຼອງ​ປີ​ໃໝ່​ຂອງ​ຊາວ ຂະ​ແມ ​ໄດ້​ຮັບ​ການວາດ​ພາບ​ຢູ່​ບ້ານ​ວັດທະ​ນະ​ທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ (ຢູ່​ດົ່ງ​​ໂມ, ​ເຊີນ​ໄຕ, ຮ່າ​​​ໂນ້ຍ). ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວທຳ​ອິດ​ໃນ​ບັນດາ​ເຫດການ​ສະ​ເຫຼີ​ມສະຫຼອງ​ວັນ​ວັດ​ທະ​ນະ​ທຳ​ບັນດາ​ເຜົ່າ ຫວຽດນາມ (19/4) ດ້ວຍຫົວ​ຂໍ້​ວ່າ: “ສີສັນ​ວັດທະນະທຳ ຫວຽດນາມ” ​ໂດຍ​ກະຊວງ​ວັດທະນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ​ຈັດ​ຕັ້ງ.

    ​ໃນ​ຂອບ​ເຂດ​ງານ​ບຸນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ແນະນຳ​ວັດທະນະ​ທຳ​ອາຫານ​ການ​ກິນ​ຂອງ​ບັນດາ​ເຜົ່າ ຫວຽດນາມ, ອາຫານ​ການ​ກິນ ທີ່​ພົ້ນເດັ່ນ​ຂອງ​ພາກ​ເໜືອ, ພາກ​ກາງ, ພາກ​ໃຕ້, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ ອາຫານ​ການ​ກິນ​ຂອງ​ຊົນ​ເຜົ່າ​ຈຳ​ນວນ​ໜຶ່ງ​ຄື: ​ຊົນ​ເຜົ່າ​ຜູ້ໄທ, ​ໄຕ່, ​ເມື່ອ​ງ, ມົ້ງ, ກີ​ງ, ຈີນ, ຂະ​ແມ.

    ​ເລື່ອງ​ວາດ​ພາບ​ງານ​ບຸ​ນ Chol Chnam Thmay ກໍ່​ຄື​ແນະນຳ​ວັດທະນະທຳ ອາຫານ​ການ​ກິນ​ຂ​ອງພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ ຢູ່ ຮ່າ​ໂນ້ຍ ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າມາ​ເຄື່ອນ​ໄຫວ​​ເປັນປະຈຳ​ຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ