ງານບຸນດອກໄມ້ລະດູບານໃໝ່ຢູ່ນະຄອນ ໂຮ່ຈີມິນ ມີແຂກທ່ອງທ່ຽວກວ່າ 1 ລ້ານຄົນ

(VOVWORLD) -ພາຍຫຼັງດຳເນີນມາເປັນເວລາ 12 ວັນ, ໃນຕອນຄ່ຳວັນທີ 10 ກຸມພາ, ງານບຸນດອກໄມ້ລະດູບານໃໝ່ ປີກຸນ 2019 ຢູ່ສວນສາທາລະນະ ຕາວດ່ານ ນະຄອນ ໂຮ່ຈີມິນ ໄດ້ປິດລົງຢ່າງເປັນທາງການ.

ງານບຸນດອກໄມ້ລະດູບານໃໝ່ຢູ່ນະຄອນ ໂຮ່ຈີມິນ ມີແຂກທ່ອງທ່ຽວກວ່າ 1 ລ້ານຄົນ - ảnh 1 (ງານບຸນດອກໄມ້ລະດູບານໃໝ່ຢູ່ນະຄອນ ໂຮ່ຈີມິນ)

ດ້ວຍຄວາມອຸດົມສົມບູນ, ຫຼາກຫຼາຍສີສັນຂອງດອກໄມ້ປະເພດຕ່າງໆ ແລະ ວິທີການວາງສະແດງທີ່ດຶງດູດໃຈ, ງານບຸນດອກໄມ້ປີນີ້ ໄດ້ດຶງດູດແຂກເຂົ້າມາທ່ຽວຊົມເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫຼາຍກວ່າ 1 ລ້ານເທື່ອຄົນ.

ງານບຸນດອກໄມ້ລະດູບານໃໝ່ປີນີ້ ໄດ້ວາງສະແດງວັດຖຸພັນກວ່າ 3000 ຢ່າງ ທີ່ນຳມາຈາກທົ່ງວທຸກເຂດ ແລະ ພາກຂອງປະເທດຊາດ ໂດຍມີ 3 ເຂດຄື: ເຂດງານວາງສະແດງ, ເຂດງານບຸນ ແລະ ເຂດວາງສະແດງຂາຍບັນດາຜະລິດຕະພັນເປັນເອກະລັກສະເພາະ, ຂອງທີ່ລະນຶກສຳລັບແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ