ງານ​ບຸນ​ວັນ​ເພັງ​ເດືອນ 8 ທີ່​ເຕັມ​ໄປ​ດ້ວຍ​ສຽງ​ຫົວ​ຂອງ​ເດັກ​ນ້ອຍ

(VOVWORLD) - ຄ່ຳຄືນວັນທີ 13 ກັນຍາ, ກົງກັບວັນທີ 15 ເດືອນ 8 ໄລ່ຕາມຈັນທະປະຕິທິນ ແມ່ນງານບຸນວັນເພັງເດືອນ 8-ວັນບຸນຂອງເດັກ, ໃນທົ່ວປະເທດຫວຽດນາມ ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວລະຫຼີ້ນທີ່ມີຄວາມໝາຍ.
ງານ​ບຸນ​ວັນ​ເພັງ​ເດືອນ 8 ທີ່​ເຕັມ​ໄປ​ດ້ວຍ​ສຽງ​ຫົວ​ຂອງ​ເດັກ​ນ້ອຍ - ảnh 1

 (ພາບ: https://vietnamnet.vn)

    ຢູ່ນະຄອນໂຮ້ຍອານ, ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມແຂວງກວາງນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ້ຍອານ ຈັດລາຍການ “ງານລາຕີເດືອນເພັງ 2019” ໃຫ້ແກ່ເດັກນ້້ອຍ 700 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ. ສ່ວນຢູ່ນະຄອນໂຮ່ຈິມິນ, ພວກນ້ອງນ້ອຍກໍ່ໄດ້ມີໂອກາດລະຫຼີ້ນບັນເທິງ, ຮັບຊົມບັນດາລາຍການສະແດງສິລະປະ. ໃນໂອກາດນີ້, ບັນດານ້ອງນ້ອຍພິການ, ກຳພ້າ ກໍ່ໄດ້ຮັບຂອງຂວັນນັບພັນພູດພ້ອມດ້ວຍເງິນສົດ ຈາກການຳນະຄອນ, ບັນດາກະຊວງ ຂະແໜງການ.

    ຢູ່ນະຄອນຫຼວງເຍົາວະຊົນກ່ວາ 700 ຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໄດ້ຮັບຟັງຈົດໝາຍອວຍພອນຂອງທ່ານເລຂາທິການໃຫ່ຍ ປະທານປະເທດຫງວຽນຟູຈ້ອງ ສໃນໂອກາດບຸນວັນເພັງເດືອນ 8,  ໄດ້ຮັບຊົມການສະແດງເຊີດສິງໂຕ, ລະຄອນຕະຫຼົກ, ສະແດງຊຸດອາພອນສະໄໝ ແລະ ສະແດງລາຍການສິລະປະ, ແຫ່ໂຄມໄຟຢູ່ອ້ອມໜອງເກືອມ….

  ຢູ່ໂຮງຮຽນຫງວຽນຢູ ແລະ ວັດບ່າງລອງ, ເຟິດຕິກ ທີ່ນະຄອນຫຼວງວຽງຈັນ, ເດັກນ້ອຍນັບພັນຄົນ ແລະ ຊາວຫວຽດນາມ ອາໄສຢູ່ທີ່ນີ້ເປັນຈຳນວນຫຼວງຫຼາຍກໍ່ໄດ້ເຂົ້າຮ່ວມງານບຸນວັນເພັງເດືອນ 8ເຊັ່ນດ່ຽວກັນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ