ງານບຸນ“ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ”ປີ2015

ງານບຸນ“ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ”ປີ2015 - ảnh 1
“ສີ​ສັນ​ລະ​ດູ​ບານ​ໃໝ່​ຢູ່​ທ​ຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ” ປີ 2014
(ພາບ: Song Tuấn)

(vovworld) – ບັນ​ດາ​ຂີດໝາຍ, ຈຸດພິເສດ​ສະ​ເພາະ​ໃນ​ວັດ​ທະ​ນະ​ທ​ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ ຫວຽດ​ນາມ ກໍ່​ຄື​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ພາກ​ຕ່າງໆ​ຂອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ວາດ​ພາບ​ໃນ​ງານ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ຢູ່​ທ​ຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ” ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 7 – 11/2/2015 ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ ບັນ​ດາ​ຊົນ​ເຜົ່າ ຫວຽດ​ນາມ. ຕາມນັ້ນ​ແລ້ວ,​ງານ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ” ຈະ​ມີບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຄື: ລາຍ​ການ​ພົບ​ປະ​ສັງ​ສັນ, ອວຍ​ພອ​ນ​ປີ​ໃໝ່, ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ລະ​ຫວ່າງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ ຫວຽດ​ນາມ ແລະ ຜູ້ຕາງ​ໜ້າ​ຊາວ ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທດ​ຢູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ບັນ​ດາ​ຊົນ​ເຜົ່າ ຫວຽດ​ນາມ. ຈາກນັ້ນ​ແມ່ນ​ການ​ແນະ​ນຳ, ວາ​ດ​ພາບ​ບັນ​ດາ​ຮີດຄອງປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ​ທີ່​ດີ​ເດັ່ນ ແລະ ສະ​ແດງ​ສິ​ລະ​ປະ​ປະ​ເພດ​ຕ່າງໆ. ປີນີ້, ໃນ​ຂອບ​ເຂດ​ວັນ​ບຸນ​ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ “ຫໍ່​ເຂົ້າ​ໜົມ​ພ້ອມ​ກັບ​ຄົນ​ທຸກ​ຍາກ​ຕ້ອນ​ຮັບ​ບຸນ​ເຕັດ”.
ຂ່າວ/ບົດ​ອື່ນ