ງານບຸນອາຫານການກິນສາກົນ 2019 ຢູ່ແຂວງເງ້ະອານ

(VOVWORLD) -ງານບຸນວັດທະນະທຳອາຫານການກິນທ່ອງທ່ຽວສາກົນ - ເງ້ະອານ 2019 ດຳເນີນໃນລະຫວ່າງວັນທີ 17 – 20 ກໍລະກົດ ໄດ້ບັນລຸຜົນສຳເລັດຢ່າງດີງາມ
ງານບຸນອາຫານການກິນສາກົນ 2019 ຢູ່ແຂວງເງ້ະອານ - ảnh 1 (ງານບຸນອາຫານການກິນສາກົນ 2019 ຢູ່ແຂວງເງ້ະອານ)

ດ້ວຍຮ້ານວາງສະແດງ ແລະ ອາຫານການກິນຂອງບັນດາວິສາຫະກິດ, ອົງການຈັ້ດຕັ້ງ, ສ່ວນບຸກຄົນ ກວ່າ 100 ຮ້ານທີ່ມາຈາກ 23 ແຂວງ, ນະຄອນ ແລະ ຂອງບັນດາປະເທດ ລາວ, ໄທ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ລັດເຊຍ ຈຳນວນໜຶ່ງ. ໃນການຈັກຕັ້ງເປັນເວລາ 4 ວັນ, ງານບຸນໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເກືອບ 30.000 ເທື່ອຄົນ.

        ບັນດາຮ້ານວາງສະແດງ ແລະ ຮ້ານອາຫານການກິນທີ່ເຂົ້າຮ່ວມງານບຸນລ້ວນແຕ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງແຕ່ລະເຂດພາກ, ຂອງຫຼາຍທ້ອງຖິ່ນ ແລະ ສາກົນ. ຢູ່ທີ່ນີ້, ປະຊາຊົນເຂົ້າຮ່ວມງານບຸນຍັງໄດ້ເຫັນປະຈັກຕາການປຸ້ງແຕ່ງອາຫານພື້ນເມືອງໂດຍບັນດາພໍຄົວ, ແມ່ຄົວທີ່ມີຊື່ສຽງປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ