ງານປະກວດສຽງເພງ ອາຊຽນ +3 - ຂົວຕໍ່ການພົວພັນແລກປ່ຽນວັດທະນະທຳ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967-2017) ແລະ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງງານປະກວດສຽງເພງ ອາຊຽນ+3 ເພື່ອປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ 3 ປະເທດຖືກເຊີນແມ່ນ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ.
ງານປະກວດສຽງເພງ ອາຊຽນ +3 - ຂົວຕໍ່ການພົວພັນແລກປ່ຽນວັດທະນະທຳ - ảnh 1ຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ທີ່ການປະຊຸມຂ່າວຂອງ VOV 

ນີ້ເປັນຄັ້ງທຳອິດທີ່ ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານປະກວດສຽງເພງທີ່ສະຫງວນໃຫ້ຜູ້ເຂົ້າປະກວດຢູ່ພາກພື້ນ ອາຊຽນ ຮ້ອງໃນທຳນອງເພງ pop. ເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 ມີນັກຮ້ອງ 24 ຄົນ, ໃນນັ້ນມີນັກຮ້ອງ 19 ຄົນຂຶ້ນກັບບັນດາປະເທດ ອາຊຽນ ແລະ ນັກຮ້ອງ 5 ຄົນແມ່ນມາຈາກຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ. ວິທະຍຸກະຈາຍສຽງ ຫວຽດນາມ ຫວັງວ່າ, ງານປະກວດຈະແມ່ນເວທີເພື່ອໃຫ້ບັນດານັກສິລະປິນໜຸ່ມໄດ້ສະແດງຄວາມສາມາດຂອງຕົນເອງ, ພ້ອມທັງເສີມຂະຫຍາຍຄວາມສາມາດດ້ານດົນຕີໃນປະຊາຄົມ ອາຊຽນ. ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV, ຫົວໜ້າຄະນະຈັດຕັ້ງງານປະກວດ, ໃຫ້ຮູ້ວ່າ:

        “ກ່ອນນີ້, VOV ເຄີຍຈັດຕັ້ງ “ງານປະກວດສຽງເພງ ອາຊຽນ”, ໃນນັ້ນມີບັນດານັກຮ້ອງທີ່ສະແດງບັນດາທຳນອງແຕກຕ່າງກັນ. ຄັ້ງນີ້, ພວກຂ້າພະເຈົ້າພຽງແຕ່ເລືອກເຟັ້ນເອົາທຳນອງເພງ pop  ເທົ່ານັ້ນຍ້ອນວ່າພວກຂ້າພະເຈົ້າປາດຖະໜາວ່າ ບັນດານັກຮ້ອງໜຸ່ມທີ່ເຂົ້າຮ່ວມ ງານປະກວດແມ່ນໃນເກນອາຍຸແຕ່ 18 -35 ປີ. ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນ ໄດ້ຮັບການສ້າງຕັ້ງກ່ອນນີ້ 50 ປີ, ອະນາຄົດຂອງ ອາຊຽນ ຕ້ອງແມ່ນຊາວໜຸ່ມ, ບັນດາຄົນເຫຼົ່ານັ້ນຈະຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ ທີ່ໄດ້ຮັບການສ້າງຕັ້ງໃນທ້າຍປີ 2015 ດ້ວຍ 3 ເສົາຄ້ຳແມ່ນການເມືອງ - ເສດຖະກິດ - ວັດທະນະທຳສັງຄົມ. ງານປະກວດນີ້ ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ ສັງຄົມ ຊ່ວຍເພີ່ມທະວີນ້ຳໃຈມິດຕະພາບ, ເພີ່ມທະວີກຳລັງແຮງຂອງ ອາຊຽນ ເຊິ່ງພວກເຮົາພວມມຸ່ງໄປເຖິງ.”

ງານປະກວດສຽງເພງ ອາຊຽນ +3 - ຂົວຕໍ່ການພົວພັນແລກປ່ຽນວັດທະນະທຳ - ảnh 2 ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV

        ຜ່ານດົນຕີ, ພົນລະເມືອງບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນໂລກ ຈະມີຄວາມເຂົ້າໃຈກ່ວາກ່ຽວກັບວັດທະນະທຳທີ່ອຸດົມສົມບູນ, ເຂັ້ມຂົ້ນໄປດ້ວຍສີສັນຂອງບັນດາປະເທດ ອາຊຽນ:

        “ໃນເຫດການນີ້, ບັນດານັກຮ້ອງຈະນຳມາໃຫ້ສີສັນ, ການເຄື່ອນໄຫວວັດທະນະທຳມີຄວາມໝາຍເນື່ອງໃນໂອກາດພວກເຮົາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ, ແລະ ປະກອບສ່ວນເພີ່ມທະວີການຮ່ວມມືມິດຕະພາບ ກ່ຽວກັບວັດທະນະທຳລະຫວ່າງບັນດາປະເທດສະມາຊິກ ອາຊຽນ. ພວກຂ້າພະເຈົ້າກໍ່ປາດຖະໜາພະຍາຍາມຈັດຕັ້ງງານປະກວດ ທີ່ມີການເຂົ້າຮ່ວມຂອງບັນດາປະເທດ ຄູ່ຮ່ວມມືເພື່ອປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືຂອງຕົນໃນພາກພື້ນ”

        ບັນດາຄ່ຳຄືນທີ່ສະແດງໃນງານປະກວດສຽງເພງ ອາຊຽນ +3 ນັ້ນຈະໄດ້ຈັດຕັ້ງໃນວັນທີ 19 ແລະ 20 ສິງຫາ 2017 ຢູ່ແຂວງ ແທງຮ໋ວາ ແລະ ຈະໄດ້ຖ່າຍທອດສົດໃນຊ່ອງໂທລະພາບ ແລະ ກະຈາຍສຽງຂອງ VOV, ເຊິ່ງລວມມີ: VTC1, VTC3, VOVTV, VOV3, VOV5.

ຕອບກັບ

ຂ່າວ/ບົດ​ອື່ນ