ງານພົບປະສັງສັນບັນດາຜູ້ເຂົ້າຮ່ວມການເຄື່ອນໄຫວຢູ່ກອງປະຊຸມປາຣີກ່ຽວກັບຫວຽດນາມ

ງານພົບປະສັງສັນບັນດາຜູ້ເຂົ້າຮ່ວມການເຄື່ອນໄຫວຢູ່ກອງປະຊຸມປາຣີກ່ຽວກັບຫວຽດນາມ - ảnh 1
ທ່ານ​ນາງ ຫງວຽນ​ທິ​ບີ່ງ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) – ການພົບ​ປະ​ສັງ​ສັນ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຢູ່ກອງ​ປະ​ຊຸມ​ ປາ​ຣີ​ ກ່ຽວ​ກັບ​ ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ບ່າ​ຍ​ວັນ​ທີ 28/4, ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຂົ້າ​ຮ່ວມງານ​ພົບ​ປະ​ສັງ​ສັນ​ມີ​ອະ​ດີດ​ປະ​ທານ​ປະ​ເທດ ຫງວຽນ​ມິງ​ຈຽດ, ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບີ່ງ, ອ​ະ​​ດີດ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ທີ່ກອງ​ປະ​ຊຸມ ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ ຂອງ​ລັດ​ຖະ​ບານ​ປະ​ຕິ​ວັດຊົ່ວ​ຄາວ ສ. ພາກ​ໃຕ້ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ເຈ​ລະ​ຈາ​ຢູ່ກອງ​ປະ​ຊຸມ ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ ແລະ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຫຼາຍ​ຄົນ​ທີ່​ໄດ້​ຊ່ວຍ​ເຫຼືອ​ຄະ​ນະ​ເຈ​ລະ​ຈາ. ທ່ານ​ນາງ ຫງວຽນ​ທິ​ບີ່ງ ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ທີ່​ເຄີຍ​ຕໍ່​ສູ້​ໃນ​​ແນວ​ຮົບ​ການ​ທູດ​ໃນ​ເມື່ອ​ກ່ອນ, ປະ​ຈຸ​ບັນ​ເຖິງວ່າ​ອາ​ຍຸ​ສູງ​ແລ້ວ​ກໍ່​ຕາມ ແຕ່​ຍັງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຍັງ​ສືບ​ຕໍ່​ອຸ​ທິດ​ສ່ວນ​ໃຫ້​ແກ່​ປະ​ເທດ ແລະ ປາດ​ຖະ​ໜາ​ວ່າ: ລຸ້ນ​ຄົນ​ຕໍ່​ໄປ​ຈະ​ສືບ​ທອດ​ມູນ​ເຊື້ອ, ນຳ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ:

    “​ຕໍ່​ໜ້າ​ພວກ​ເຮົາແມ່ນ​ການ​ຕໍ່​ສູ້​​ເພື່ອ​ປະ​ເທດ ຫວຽດ​ນາມ ເອ​ກະ​ລາດ, ຮັ່ງ​ມີ​ເຂັ້ມ​ແຂງ ແລະ ປະ​ຊາ​ຊົນ​ມີ​ຄວາມເສ​ລີ ແລະ ມີ​ຄວາມ​ຜາ​ສຸກ. ການ​ຕໍ່​ສູ້​ໃໝ່​ນີ້​ເຖິງວ່າບໍ່​ມີ​ສຽງ​ປືນກໍ່​ຕາມ ແຕ່​ມັນ​ຫຍຸ້ງ​ຍາກ​ທີ່​ສຸດ, ເຕັ້ມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ, ພິ​ເສດ​ໃນ​ສະ​ພາບ​ການ​ສາ​ກົນ​​ມີ​ຄວາມສັບ​ສົນ​ທີ່​ສຸດ. ເພື່ອ​ຍາດ​ເອົາ​ໄຊ​ຊະ​ນະ, ຮຽກ​ຮ້ອງ​ໃຫ້​​ທັງ​ຊາດ​ຕ້ອງ​ມີ​ການເຕົ້າ​ໂຮມ​ກັນ​.”


ຂ່າວ/ບົດ​ອື່ນ