ງານພົບປະແລກປ່ຽນມິດຕະພາບຫວຽດນາມ - ແບນຊິກ

(VOVWORLD) -ການພົວພັນມິດຕະພາບ ການຮ່ວມມື ຫວຽດນາມ - ແບນຊິກ ໄດ້ສ້າງຂີດໝາຍຫລາຍຢ່າງ

ຕອນຄ່ຳວັນທີ 20 ກໍລະກົດ ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ແບນຊິກ ໄດ້ສົມທົບກັບສະຖານທູດ ແບນຊິກ ປະຈຳຫວຽດນາມ ຈັດຕັ້ງງານພົບປະແລກປ່ຽນມິດຕະພາບສະເຫລີມສະຫລອງ 187 ແຫ່ງ ວັນຊາດ ລາຊະອານາຈັກແບນຊິກ (21ກໍລະກົດປີ 1831- 21 ກໍລະກົດປີ 2018) ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແບນຊິກ (22 ມີນາປີ 1973 -22 ມີນາປີ 2018). ກ່າວຄຳເຫັນນະທີ່ນີ້, ທ່ານນາງ  Anke Van Lancker ອັກຄະລັດຖະທູດ ແບນຊິກ ປະຈຳຫວຽດນາມ ໄດ້ເນັ້ນຫນັກວ່າ ໃນ 45 ປີຜ່ານມາ, ການພົວພັນມິດຕະພາບ ການຮ່ວມມື ຫວຽດນາມ - ແບນຊິກ ໄດ້ສ້າງຂີດໝາຍຫລາຍຢ່າງຜ່ານການຮ່ວມມືຢ່າງມີປະສິດທິຜົນໃນຫລາຍຂົງເຂດ, ເປັນຕົ້ນແມ່ນເສດຖະກິດ ວັດທະນະທຳ ການສຶກສາ ບຳລຸງສ້າງ. ທ່ານນາງ Anke Van Lancker ປາດຖະຫນາວ່າ ໃນໄລຍະຈະມາເຖິງ ສະມາຄົມມິດຕະພາບ ຫວຽດນາມ - ແບນຊິກ ສືບຕໍ່ມີບັນດາການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳທີ່ມີຄວາມໝາຍ, ຊຸກຍູ້ການພົວພັນການທູດປະຊາຊົນລະຫວ່າງສອງປະເທດ, ແມ່ນຂົວຕໍ່ໃຫ້ແກ່ນ້ຳໃຈມິດຕະພາບອັນດີງາມລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ