ງານພົບປະແລກປ່ຽນວັດທະນະທຳ-ອາຫານການກິນຂອງບັນດາປະເທດອາຊຽນ

ງານພົບປະແລກປ່ຽນວັດທະນະທຳ-ອາຫານການກິນຂອງບັນດາປະເທດອາຊຽນ - ảnh 1
(ພາບປະກອບ)

(vovworld) - ​​ວັນ​ທີ 21/9, ຢູ່ Wellington, ​ໃນ​ບົດບາດ​ເປັນ​ປະທານ​ຄະນະ​ກຳມະການ​ອາຊຽນ ຢູ່ Wellington ​ແຕ່​ເດືອນ 7-12/2015. ສະຖານທູດ​ຫວຽດນາມ ​ປະຈຳ ນິວຊີ​ແລນ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ເອກ​ອັກຄະ​ລັດຖະທູດ​ຍິງ, ພັນ​ລະ​ຍາ​ເອກ​ອັກຄະ​ລັດຖະທູດ ​ແລະ ບັນດາ​ພະນັກງານ​ການ​ທູດຍິງ ບັນດາ​ປະ​ເທດ​ອາ​ຊຽນຢູ່ ນິວຊີ​ແລນ. ກ່າວ​ຄວາມ​ເຫັນ​ໄຂ​ງານ​ພົບ​ປະ​ແລກປ່ຽນ, ພັນ​ລະ​ຍາ​ເອກ​ອັກຄະ​ລັດຖະທູດຫວຽດນາມ​ ປະຈຳ​ນິວຊີ​ແລນ ບຸ່ຍ​ທິມິ​ງຕວຽດ, ຖື​ວ່າ, ການ​ເຄື່ອນ​ໄຫວ​ນີ້​ປະກອບສ່ວນ​ເຊື່ອມ​ຕໍ່​ບັນດາ​ສະມາຊິກ​ໃນ​ມະຫາ​ຄອບຄົວ​ອາ​ຊຽນນຳ​ກັນ.

        ​ທີ່​ງານ​ພົບ​ປະ​ແລກປ່ຽນ, ບັນດາຜູ້​ເຂົ້າ​ຮ່ວມ​ມີ​ໂອກາດ​ໄດ້​ຮັບ​ປະທານອາ​ຫານພື້ນ​ເມືອງ​ຫຼາຍ​ເຍື່ອງ​ຂອງ​ຫວຽດນາມ​ເຊັ່ນ: ​ເຟີ, ​ແນມ, ​ເຂົ້າໜົມ.. ພ້ອມ​ກັບ​ອາຫານ​ບາງ​ເຍື່ອງຂອງ​ບັນດາ​ປະ​ເທດ​ອາ​ຊຽນອີກ​ດ້ວຍ.

ຂ່າວ/ບົດ​ອື່ນ