ງານພົບປະແລກປ່ຽນສິລະປະ“ບົດເພງທາງເລກ9”

ງານພົບປະແລກປ່ຽນສິລະປະ“ບົດເພງທາງເລກ9” - ảnh 1

(vovworld) –  ​ໂດຍ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ໄຊຊະນະ​ບັ້ນ​ຮົບ​​ເສັ້ນທາງ​ເລກ 9 ພາກ​ໃຕ້​ລາວ (1971 – 2016), ​ຕອນ​ຄຳ່​ວັນ​ທີ 23/3, ໜັງສືພິມ​​ເຍີນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ​ສົມທົບ​ກັບ​ຄະນະກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ຈັດ​ຕັ້ງລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ພິ​ເສດ​ທີ່​ມີ​ຊື່ວ່າ “​ບົດ​ເພງ​ທາງ​ເລກ 9”. ລາຍການ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ໃນ​ໂທລະພາບ ​ເຍີນ​ເຢີ​ນ, ​ໂທລະພາ​ບ ກວາງ​ຈີ້ ​ແລະ ສະຖານີ​ກະຈາຍສຽງ - ​ໂທລະພາບ​ບາງ​ທ້ອງ​ຖິ່ນ​ຈາກສະຖານ​ທີ່ ຮ່າ​ໂນ້ຍ ​ແລະ ດ່ານ​ຊາຍ​ແດນ​ສາກົນ ລາວ​ບ໋າ​ວ,  ​ແຂວງ ກວາງ​ຈີ້. ຜ່ານ​ບັນດາ​ຮູບ​ເງົາ, ສາລະ​ຄະດີ​ເອກະສານ ​ແລະ ລາຍການ​ພົບ​ປະ​ແລກປ່ຽນ, ​ການ​ແບ່ງປັນ​ຂອງ​​ແຂກ​ຖືກ​ເຊີນ…ລາຍການ​​ໄດ້​ວາດ​ພາບ​ຈຸດ​ເວລາ​ທີ່​ສະ​ຫງ່າ​ລາສີ​ຂອງ​ບັ້ນ​ຮົບ​ເສັ້ນທາງ​ເລກ 9 ພາກ​ໃຕ້​ລາວ, ຈາກ​ນັ້ນ​ຢັ້ງຢືນ​ຍຸດ​ທະສາດ​ການ​ທະ​ຫາຍ​ຍອດຢ້ຽມ​ຂອງ ຫວຽດນາມ, ນຳ້​ໃຈ​ສະໜິດ​ຕິດ​ພັນ, ສັດ​ຊື່​ບໍລິສຸດ​ຂອງ 2 ຊາດ ຫວຽດນາມ - ລາວ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລຸ້ນໜຸ່ມ​ມີ​ຄວາມ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຊາດ, ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງ​ຄວາມ​ເອກອ້າງທະ​ນົງ​ໃຈ ​ແລະ ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ