ງານພົບປະແລກປ່ຽນສະແດງສິລະປະ, ກິລາສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ

(VOVWORLD) - ເນື່ອງໃນໂອກາດ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ  -ລາວ (5/9/1962 -5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 -18/7/2017),
ງານພົບປະແລກປ່ຽນສະແດງສິລະປະ, ກິລາສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ - ảnh 1 ການສະແດງສິລະປະທີ່ລາຍການ

ວັນທີ 5 ສິງຫາ, ສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ສະຫະພັນລັດເຊຍ ໄດ້ສົມທົບກັນຈັດຕັ້ງງານພົບປະແລກປ່ຽນສະແດງສິລະປະ, ກິລາ, ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໄດ້ເນັ້ນໜັກວ່າ:

        “ການເຄື່ອນໄຫວໃນມື້ນີ້, ພວກຂ້າພະເຈົ້າພ້ອມກັບສະຖານທູດ ສປປ ລາວ ປະຈຳ ສະຫະພັນລັດເຊຍ ຈັດຕັ້ງ, ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງ, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ ເຖິງວ່າຢູ່ບ່ອນໃດ, ເວທີປາໄສໃດ ພວກເຮົາກໍ່ສະໜິດຕິດພັນ, ເປັນເອກະພາບນຳກັນກ່ຽວກັບທັດສະນະ, ໄມຕີຈິດ, ປາດຖະໜາຢາກຮັກສາ ແລະ ພັດທະນາການພົວພັນນີ້ໃຫ້ໝັ້ນຄົງຍາວນານ. ບົນພື້ນຖານ, ການຮ່ວມມືຖານສະຫາຍອ້າຍນ້ອງ, ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ ແລະ ລາວ ຈະຊຸກຍູ້ປະຊາຊົນ 2 ປະເທດສືບຕໍ່ບັນລຸໄດ້ຄວາມເປັນກຽດອັນສະຫງ່າ ແລະ ຈະເລີນຮຸ່ງເຮືອງ.”

ຕອບກັບ

ຂ່າວ/ບົດ​ອື່ນ