ງານພົບປະແລກປ່ຽນເຊີດຊູຜູ້ໄດ້ຂະແນນໃນການເສັງຈົບມະຫາວິທະຍາໄລ,ວິທະຍາໄລຢູ່ຮ່າໂນ້ຍປີ2016

ງານພົບປະແລກປ່ຽນເຊີດຊູຜູ້ໄດ້ຂະແນນໃນການເສັງຈົບມະຫາວິທະຍາໄລ,ວິທະຍາໄລຢູ່ຮ່າໂນ້ຍປີ2016 - ảnh 1
(ງານພົບປະແລກປ່ຽນເຊີດຊູຜູ້ໄດ້ຂະແນນໃນການ
ເສັງຈົບມະຫາວິທະຍາໄລ,ວິທະຍາໄລຢູ່ຮ່າໂນ້ຍປີ2016)

(vovworld) - ໂດຍນອນ​ໃນ​ບັນ​ດາ​ກາ​ນເຄື່ອນ​ໄ​ຫວ​ເຊີດ​ຊູຜູ້​​ເສັງ​ໄ​ດ້​ຄະ​ແນ​ນ​ສູງສຸດ ​ໃນ​ການ​ເສັງ​ຈົບ​ບັນ​ດາ​ມະ​ຫາວ​ິ​ທະ​ຍາ​ໄລ, ສະ​ຖາ​ບັນ ໃນ​ບໍ​ລິ​ເວນ​ນະ​ຄອນ​ຮ່າ​ໂນ້ຍ ປີ 2016, ວັນ​ທີ 27/08, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິ​ນ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ງານ​ພົບ​ປະ​ແລກ​ປ່ຽນເຊີດ​ຊູຜູ້​​ເສັງ​ໄ​ດ້​ຄະ​ແນ​ນ​ສູງ​ສຸດໃນ​ການ​ເສັງ​ຈົບ​ມະ​ຫາວ​ິ​ທະ​ຍ​າ​ໄລ, ສະ​ຖາ​ບັນ​ຢູ່​ຮ່າ​ໂນ້ຍ​ປີ 2016 ດ້​ວຍ​ຫົ​ວ​ຂໍ້ “ຜູ້​ເສັງ​ໄ​ດ້​ຄະ​ແນ​ນ​ສູງ​ສຸດໃນ​ການ​ເສັງ​ຈົບ​ມະ​ຫາວ​ິ​ທະ​ຍ​າ​ໄລ, ສະ​ຖາ​ບັນ​ຢູ່​ຮ່າ​ໂນ້ຍ​ປີ 2016 ກັບ​ການ​ເລີ່ມ​ປະ​ກອບ​ອ​າ​ຊີບ”. ທີ່​ງານ​ພົບ​ປະ, ຜູ້​ເສັງ​ໄ​ດ້​​ຄະ​ແນ​ນ​ສູງສຸດ 100 ຄົນ ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຮັບ​ຟັງ​ບັນ​ດາ​ນັກ​ທຸ​ລະ​ກິດ​ໜຸ່ມ​​​ດີ​ເດັ່ນນະ​ຄອນຮ່າ​ໂນ້ຍ ແບ່ງ​ປັນເຄັດ​ລັບ ແລະ ບົດ​ຮຽນ​ໃນ​ການ​ເລີ່ມ​ປະ​ກອບ​ອາ​ຊີບ ທີ່​ບັນ​ລຸ​ຜົນ​ສຳ​ເລັດ. ແບ່ງ​ປັນ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ເລີ​່​ມ​ປະ​ກອບ​ອາ​ຊີບ, ອ້າຍ ເລວິ້ງ​ເຊີນ, ຮອງ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ​ຫວຽດ​ນາມ ຖື​ວ່າ, ບໍ່​ຄວນ​ເລີ່ມ​ປະ​ກອບອ​າ​ຊີບ​ດ້ວຍ​ບັນ​ດາ​ສິ່ງ​​ເກີນ​ຄວາມ​ສາ​ມາດ​ຂອງ​ຕົນ, ຫາກ​ຕ້ອ​ງ​​ນຳ​ໃຊ້​​ກຳ​ລັງ​ຄວາມ​ສາ​ມາດ, ​ຄວາມ​ຮູ້​ທີ່​ຕົນ​ພວມ​ມີເພື່ອ​ເສີມ​ຂະ​ຫຍາຍສິ່ງ​ດັ່ງ​ກ່າວ​ໄດ້​ໃນ​ຊີ​ວິດ ​ເວ​ລານັ້ນ​ການເລີ່ມ​ປະ​ກອ​ບ​ອາ​ຊີບ​ຈຶ່ງບັນ​ລຸ​ຜົນ​ສຳ​ເລັດໄດ້.

ຂ່າວ/ບົດ​ອື່ນ