ງານມະຫາກຳຮູບເງົາອາຊຽນ2015ຢູ່ນິວຊີແລນ

ງານມະຫາກຳຮູບເງົາອາຊຽນ2015ຢູ່ນິວຊີແລນ - ảnh 1
ງານມະຫາກຳຮູບເງົາອາຊຽນ2015ຢູ່ນິວຊີແລນ
(ພາບ: vietnamplus)


(vovworld) – ​ໃນ​ລະ​ຫວ່າງ​ວັນ​ທີ 31/10 – 01/11, ຢູ່ Wellington, ປະ​ເທດ​ນິວ​ຊີ​​ແລນ, ສະຖານ​ທູ​ດຫວຽດນາມ ​ປະຈຳນິວ​ຊີ​​ແລນເປັນ​ປະທານ ​ແລະ ສົມທົບ​ກັບ​ສະຖານ​ທູດບັນດາ​ປະ​ເທດ​ຄື: ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊ​ຍ, ຟິລິບ​ປີນ, ສິງກະ​ໂປ ​ແລະ ​ໄທ ປະຈຳນິວ​ຊີ​​ແລນ ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ອາ​ຊຽນ 2015 ​ເພື່ອ​ແນ​ໃສ່​ໂຄສະ​ນາ​ກ່ຽວ​ກັບປະ​ເທດ​ຊາດ, ມະ​ມຸດ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະ​ຈຳນິວ​ຊີ​​ແລນ ຫງວຽນ​ຫວຽດຢຸງ, ປະທານ​ຄະນະ​ກຳມະການ​ອາ​ຊຽນ Wellington ​ເນັ້ນ​ໜັກ​​ເຖິງ​ຈຸດປະສົງ​ຂອງ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ອາ​ຊຽນ 2015 ​ແມ່ນ​ເພື່​ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້ຄວາມ​ເຂົ້າ​ໃຈ ​ຂອງ​ຊາວ​ທ້ອງ​ຖິ່ນ ກໍ​ຄື​​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ອາຊຽນ ພວມ​ກ້າວ​ເດີນ​ບົນ​ເສັ້ນທາງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງປະຊາຄົນ​ລວມ ​ໃນ​ທ້າຍ​ປີ 2015. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ຫວຽດຢຸງ ຖື​ວ່າ, ນີ້​​ແມ່ນ​ເຫດການ​ເພື່ອ​ເພີ່ມທະວີຄວາມ​ສາມັກຄີ​ໃນ​ໝູ່ປະຊາຊົນ​ບັນດາ​ປະ​ເທດອາ​ຊຽນ ຢູ່ນິວ​ຊີ​​ແລນ.

ຂ່າວ/ບົດ​ອື່ນ