ງານມະໂຫລານ ການສະແດງ ເສບພິນ, ຂັບລຳພື້ນເມືອງ 3 ພາກໃນທົ່ວປະເທດ ຈະດຳເນີນຢູ່ ກວ໋າງນິງ

(VOVWORLD) - ງານມະໂຫລານ ການສະແດງ ເສບພິນ, ຂັບລຳພື້ນເມືອງ 3 ພາກໃນທົ່ວປະເທດ - ເຊິ່ງແມ່ນໜຶ່ງໃນບັນດາການຄື່ອນໄຫວ ຕອບສະໜອງ ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນິງ ຊຶ່ງຈະດໍາເນີນຢູ່ ແຂວງ ກວ໋າງນິງ ແຕ່ວັນທີ 20 - 25 ຕຸລາ ທີ່ຈະມາເຖິງ. 

ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປະການ, ນັກສິລະປິນ, ນັກສະແດງ, ນັກດົນຕີ… ກວ່າ 1000 ຄົນທີ່ມາຈາກ 25 ຫົວໜ່ວຍ ຕາງໜ້າໃຫ້ສູນວັດທະນະທຳ, ສູນວັດທະນະທຳສິລະປະ, ສູນວັດທະນະທຳ - ຮູບເງົາ ບັນດາແຂວງ, ນະຄອນ ໃນທົ່ວປະເທດ ຈະສະແດງບັນດາທຳນອງຂັບລຳ,  ຟ້ອນລຳ, ເສບດົນຕີ ຕາມທຳນອງພື້ນເມືອງ ທີ່ເປັນເອກະລັກສະເພາະ ຂອງ ແຕ່ລະພາກ. ພ້ອມກັນນັ້ນ, ງານວາງສະແດງໂປດສະເຕີ ໂຄສະນາເຜີຍແຜ່ ສຳລັບປີທ່ອງທ່ຽວແຫ່ງຊາດ ດ້ວຍຫົວຂໍ້ “ທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ - ສິ່ງແວດລ້ອມແຫ່ງມໍລະດົກ”  ກໍ່ໄດ້ຈັດຂຶ້ນເຊັ່ນດຽວກັນ. ທ່ານ ເຈິ່ນຕ໊ຽນຢຸງ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

“ມາຮອດປັດຈຸບັນ ວຽກງານກະກຽມ ຄື ພື້ນຖານທາງດ້ານວັດຖຸ, ການປະດັບປະດາສຳລັບພິທີ ສະເຫຼີມສະຫຼອງ ຢູ່ກວ໋າງນິງ ໄດ້ກະກຽມເກືອບສົມບູນແລ້ວ, ເຊິ່ງຈະດຳເນີນຢູ່ ຫໍວາງສະແດງ ຕະຫຼາດນັດຂອງ ແຂວງ. ເປົ້າໝາຍຂອງງານມະໂຫລານ ແມ່ນເພື່ອເປັນການຕອບສະໜອງປີທ່ອງທ່ຽວແຫ່ງຊາດ, ພວກຂ້າພະເຈົ້າ ໄດ້ເເນະນຳໂຄສະນາກ່ຽວກັບຮູບພາບ, ປະຊາຊົນ, ຄວາມສາມາດບົ່ມຊ້ອນ ທ່າແຮງ ຂອງ ແຂວງ ກວ໋າງນິງ. ນັກສິລະປິນ, ນັກສະແດງ ທັງສາມພາກໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຈາກນັ້ນຈະ ຄົ້ນພົບບັນດາຄວາມສາມາດ ທາງດ້ານສິລະປະ ຊ່ວຍໃຫ້ກະຊວງວັດທະນະທຳ ມີບັນດາຍຸດທະສາດພັດທະນາໃໝ່ຕື່ມອີກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ